ທີ່ຫ້ອງຮຽນພາສາອັງກິດ
“ອາຈານ, ນ້ອງຂໍອະນຸຍາດອອກໄປຮັບໂທລະສັບ” ເດັກຫນຸ່ມຄົນຫນຶ່ງຍົກມືຂື້ນ ກ່ອນທີ່ຈະອອກໄປຮັບໂທລະສັບທີ່ຫມູ່ໂທຫາ.
“ອະໂຫລ ມີຫຍັງຫວະຕຸກຕາ”
“ນິກ ເພີ່ນຮູ້ລະຫວະວ່າເພີ່ນເສັງຕິດ ມຊ ໄດ໊ຫັ່ນ” ຕຸກຕາເພື່ອນຮ່ວມຊັ້ນ ມ.ປາຍ ຂອງນິກໂທມາບອກ.
“ແມ່ນຫວະ ເຂົາຍັງບໍ່ທັນໄດ້ໄປເບິ່ງຊ້ຳ, ລາຍຊື່ມັນອອກມື້ໃດຫັ່ນ ?” ນິກຍິ້ມແປ້ນເມື່ອຮູ້ວ່າຕົວເອງກຳລັງຈະໄດ້ເປັນເດັກມະຫາໄລ.
“ອອກມື້ນີ້ນີແຫລະ ເຂົາຫາກະໄປເບິ່ງມາກັບພວກບຸນລອດ”
“ເພິ່ນກະຕິດຫວະ” ນິກຖາມ
“ບໍ່ ບໍ່ຕິດຊໍ້າ ຄືຊິໄດ້ຮຽນສາຍພິເສດແທນລະແຫລະ”
“ຂອບໃຈເດີທີ່ໂທມາບອກ”
“ໂດຍ ບໍ່ເປັນຫຍັງຈະ”.
ທີ່ສະໂມສອນໃຫຍ່ ມຊ : ບ່ອນຮັບລົງທະບຽນຂອງນັກສຶກສາໃຫມ່
“ອ່າວນີ່ ! ເສັງຕິດຄືກັນຫວະນິ ບໍ່ຄາດຄິດມາກ່ອນເລີຍວ່າຄືເພີ່ນຊິເສັງຕິດ ມຊ ໄດ໊ນິ” ນິກທັກທາຍຫມູ່ຕ່າງ ຮ.ຮ ທີ່ເສັງຕິດ ມຊ ເຫມືອນກັນ
“ທີ່ຈິງກະບໍ່ໄດ້ຕັ້ງໃຈເຮັດດອກ ຂີດໆໄປຊື່ໆມັນຫັກຕິດຂອງມັນເອງ” ນີ່ຕອບກັບດ້ວຍໃບຫນ້າອັນກວນໂອ້ຍ
“ເອີ່ນິກ ໂຕ້ເດະ ?” ນີ່ຖາມຫາໂຕ້ ຫມູ່ ມ.ປາຍຂອງນິກ
ນິກແລະໂຕ້ຮູ້ຈັກນີ່ຕອນໄປຮຽນພິເສດນຳກັນ
“ບັກໂຕ້ມັນບໍ່ຕິດ ຕອນນີ້ມັນກຳລັງລໍລຸ່ນທຶນກັບສາຍພິເສດ”
“ແລ້ວນີ່ຊິເລືອກຮຽນຫຍັງລະນິ ?” ນິກຖາມ
“ສິ່ງແວດລ້ອມ ມັນຄືຊິໃກ້ຄຽງກັບທໍລະນີສາດທີ່ເຂົາມັກລະແຫລະ, ເພີ່ນເດະ ?”
“ອື່ມມ…ຢາກເຂົ້າແພດສາດ ແຕ່ຫລາຍຢ່າງມັນບໍ່ເອື້ອອຳນວຍ ເລີຍກະວ່າຈະເລືອກສະຖາປັດແທນ ເພາະມັກອອກແບບເປັນທຶນຢູ່ແລ້ວ”
ທັງຕຶກເຕັມໄປດ້ວຍບັນດານັກຮຽນທີ່ມາລົງທະບຽນເຂົ້າເປັນນັກສືກສາໃຫມ່ຂອງ ມຊ ບັນຍາກາດຄຶກຄັກໄປທັ້ງວັນ.
“ຫລັງຈາກໄດ້ແບບຟອມນີ້ໄປແລ້ວ ແມ່ນໃຫ້ນ້ອງໄປນັ່ງຂຽນຢູ່ໃນໂຊນນັ້ນເລີຍເດີ້ ຈະມີຄົນຄອຍແນະແນວວິທີການລະບຸຂໍ້ມູນໃຫ້” ອຈ. ຂາຍຊອງເອກະສານບອກ
“..ພາກສ່ວນຄະນະຫັ່ນ ໃຫ້ເບິ່ງຕາມປື້ນຫົວຂາວຫັ່ນເດີ້ ມີທັງຄະນະແລະພາກວິຊາລະອຽດໃນນັ້ນລະ” ຜູ້ແນະນຳການຂຽນແບບຟອມເວົ້າໃສ່ໂທລະໂຄ່ງພ້ອມທັງຍ່າງເລາະໄປທົ່ວທັງຫ້ອງ“ມັກຄະນະໃດ ມັກພາກວິຊາໃດ ເລືອກໃຫ້ດີ ຄິດໃຫ້ລະອຽດຖີ່ຖ້ວນແລ້ວຈຶ່ງຂຽນ ເລືອກແລ້ວປ່ຽນບໍ່ໄດ້ໄດ໊ ຄິດໃຫ້ດີກ່ອນຈຶ່ງເລືອກ ”
ມັນເຮັດໃຫ້ນິກເກີດຄວາມລັງເລຂື້ນມາໃນທັນໃດ ຊ່ອງຫວ່າງຊ່ອງດຽວທີ່ນິກຍັງບໍ່ທັນໄດ້ລະບຸກໍຄື ຄະນະແລະພາກວິຊາ.
ນິກບອກກັບຕົວເອງວ່າ “ເອົານ່າ.. ສໍ່າຄະນະຊື່ໆ ມັນຈະເລືອກຍາກຫຍັງເກາະ”
ແລະນິກກໍຫມາຍເລືອກເອົາຄະນະສະຖາປັດຕະຍະກຳສາດ ພາກວິຊາສະຖາປັດຕະຍະກຳ.
ທີ່ ວວພ ມື້ທຳອິດຂອງສົກຮຽນໃນ ມຊ
“ອ່າວ! ນິກ ມຶງຢູ່ຫມວດໃດຫັ່ນ ?” ໂຕ້ຫມູ່ນິກຖາມ.
“ກູຢູ່ C14 ມຶງເດະ ?”
“ກູຢູ່ A20” ໂຕ້ຕອບ.
“ເອີ່ແມ່ນໄດ໊ເນະ ມຶງຮຽນສາຍສັງຄົມ”
“ປ່າໂທ ສາວຫ້ອງ A19 ກັບ A21 ມີແຕ່ຄົນງາມໆ ຊວຍແທະວະກູ ຢູ່ລະຫວ່າງກາງພໍດີ” ໂຕ້ຈົ່ມໄປລອຍໆ.
“ຫວັງວ່າຫ້ອງກູຈະມີສາວໃຫ້ເລ່ ຮະຮະ” ຄວາມຫວັງຂອງນິກ.
“ກູລະຄ້ານຍ່າງ ຫ້ອງຮຽນເຫ້ຍຫຍັງຫວະ ກະຈາຍກັນທົ່ວ ມຊ” ນິກຈົ່ມນຳ.
“ອ໊າວ ມະຫາຯໄລເນາະ ມຶງກະຊ່າງວ່າ” ໂຕ້ຕອບ.
“ອ່າວ ອາຈານຫ້ອງມຶງມາລະໂຕ້ ກູໄປກ່ອນ”
ອາຈານຍ່າງເຂົ້າຫ້ອງຮຽນຂອງໂຕ້
“ເອີ່ໆ ແລ້ວເຈິກັນ”
ທີ່ຫ້ອງຮຽນຫມວດ C14
“ຊົ່ວໂມງທຳອີດເຮົາມາເລືອກຄະນະຫ້ອງກັນກ່ອນເນາະ ເວລາອາຈານເອີ້ນໄປລວມມັນຈຶ່ງບໍ່ຍາກ” ນັກສືກສາຮ່ວມຫ້ອງຄົນຫນື່ງສະເຫນີຂຶ້ນ.
“ເພີ່ນຊື່ຫຍັງນະ ລົງເປັນຕົວແທນໃນການເລືອກຄະນະຫ້ອງເນາະ” ສາວຄົນຫນຶ່ງເວົ້າກັບນີກ.
“ເອີ້ຍ.. ແຕ່ເຂົາບໍ່ເຄີຍເປັນຄະນະຫ້ອງມາກ່ອນໄດ໊ ເຂົາບໍ່ຮູ້ຈັກເຮັດດອກ” ນິກປະຕິເສດ
“ໂອ໋ ບໍ່ເປັນຫຍັງຊັ່ນ”
ນິກແນມສຳຫລວດຫ້ອງໄປທົ່ວ ແລະສາຍຕານິກກໍໄປສະດຸດກັບສາວຄົນຫນື່ງ ລາວຫນ້າຕາຫນ້າຮັກ ສຽງກໍມ້ວນມ່ວນ.. “ຊື່ຫຍັງຫວະ.. ” ນິກພືມພຳ
“ຕິກຈັບບິກມາໃຫ້ແດ່” ຫມູ່ຕິກຮ້ອງບອກຕິກ
“ອໍ໋..ຊື່ຕິກ ຊື່ຄ້ອງກັບເຮົາເລີຍແຮະ..” ນິກຄິດໃນໃຈ
ນິກໄດ້ແຕ່ແນມເບິ່ງຕິກແລ້ວກໍຫັ່ນມາຍີ້ມຄົນດຽວ ເຫນືອນກັບຄົນບ້າ.
———————————————————————————————————-
“ເອ່.. ຈະເຮັດແນວໃດດີຈຶ່ງຈະໄດ້ຮູ້ຈັກລາວຫລາຍກວ່ານີ້” ນິກຮູ້ສຶກວ່າຕົນເອງຈະຕົກຫລຸມຮັກຕິກໄປສະແລ້ວ, ອະນິຈາຫລືນີ້ຄືຟ້າລິຂິດ.
———————————————————————————————————-
ທີ່ຫ້ອງຮຽນ
ໂອກາດຂອງນິກມາເຖິງແລ້ວ ມື້ນີ້ນິກໄດ້ມີໂອກາດໄດ້ນັ່ງຂ້າງໆກັບຕິກ ນິກຮູ້ສຶກດີໃຈແບບບອກບໍ່ຖືກ.
“ເພີ່ນເລືອກຮຽນຫຍັງນະ ?” ນິກຈຸດປະກາຍການເຂົ້າເຖິງຕົວຕິກດ້ວຍການສົນທະນາ.
“ແພດການຢາ, ເພີ່ນເດະ ?”
“ເຂົາເລືອກສະຖາປັດ” ນິກຕອບ.
“ເອີ່ແລ້ວເພີ່ມມາຈາກແຂວງໃດນະ ?”
“ເຂົາຫວະ ເຂົາມາຈາກແຂວງວຽງຈັນ, ເພີ່ນເດະ ?” ຕິກຖາມຄືນ.
“ເຂົາຢູ່ນະຄອນຫລວງນິແຫລະ, ຜູ້ນັ້ນນ້ອງເພີ່ນຫວະ?”
“ອືມ ຊື່ນິ ເຂົາຖ້າມາຮຽນພ້ອມກັບລາວນະ” ນິເປັນນ້ອງຕິກທັງສອງຮຽນຢູ່ຫ້ອງດຽວກັນ.
“ຕອນທຳອິດເຂົາກັບນ້ອງເຂົາຢູ່ຄົນລະຫ້ອງ ລະບາດນິເຂົາໄປຂໍຍ້າຍ ບອກອາຈານວ່າທຽວໂຮງຮຽນນຳກັນ”
“ອໍ ຊັ້ນຕອນນີ້ເພີ່ນກັບນ້ອງເພີ່ນພັກຢູ່ໃສຊັ່ນ ?” ນິກຖາມ.
“ຢູ່ບ້ານປ້າ ແຖວຫນອງດ້ວງນະ, ບ້ານເພີ່ນເດະຊັ່ນ”
“ບ້ານເຂົາຢູ່ແຖວ ຄວສ ພຸ່ນນະ”
“ງຶ ບໍ່ຮູ້” ຕິກຕອບ.
ນິກຍິ້ມແລະກໍຕອບໄປວ່າ “ແມ່ນໄດ໊ເນາະ ເພີ່ນບໍ່ໄດ້ຢູ່ນະຄອນຫລວງ”
ແລະຕິກກໍຍິ້ມເຊັ່ນກັນ, ນັ້ນຄືພາບທີ່ນິກລໍຄອຍມາຕະຫລອດການສົນທະນາ ຮອຍຍິ້ມ, ແວວຕາ, ສຳນຽງ ມັນເຮັດໃຫ້ນິກຮຽນຫນັງສືໄດ້ແບບມີຄວາມສຸກໄປຕະຫລອດທັງຊົ່ວໂມງ.
ທີ່ໂຕະຫີນ
“ນິກ ໂຕວ່າສອງເອື້ອຍນ້ອງນັ້ນເປັນຝາແຝດກັນບໍ່ ? ຫນ້າຄ້າຍກັນໄດ໊ເຮົາວ່າ” ໄຊຫມູ່ຮ່ວມຫ້ອງຂອງນິກຖາມ.
“ບໍ່ແມ່ນ ເຮົາຖາມລາວວານນີ້ ລາວວ່າເປັນເອື້ອຍນ້ອງກັນທຳມະດາ ລາວຖ້າມາຮຽນພ້ອມນ້ອງລາວຊື່ໆ”
“ອ່າວຫວະ.. ເອີ່ນິກ ຈັກຫນ້ອຍມີເສັງເອົາທຶນໄປຮຽນຕໍ່ຕ່າງປະເທດໄດ໊ຫັ່ນ ໂຕບໍ່ລອງເສັງເບິ່ງຫວະ ?” ໄຊຖາມ.
“ມີທຶນຂອງປະເທດໃດແດ່ ?”
“ຈິນ, ຫວຽດ ລະກະຢີ່ປຸ່ນ”
“ງຶ ບໍ່ມັກຮຽນພາສາຈີນກັບພາສາຫວຽດ, ຢີ່ປຸ່ນນິພໍໄຫວຢູ່ ແຕ່ຂໍ້ສອບມັນເປັນອັງກິດ ຄຶຊິຍາກ” ນິກຕອບ
“ຮຽນເກັ່ງຄືໂຕບໍ່ຍາກເກີນໄປດອກເຮົາວ່າ ອີກຢ່າງມັນກະເປັນປາລະໄນອີກ”
“ໄວ້ຈະລອງເບິ່ງ” ນິກຕອບ.
———————————————————————————————————-
ທຸກໆຄັ້ງທີ່ມີຮຽນນິກກໍບໍ່ຄ່ອຍຈະສົນໃຈໃນການສອນຂອງອາຈານພໍປານໃດ ເອົາແຕ່ນັ່ງຈ້ອງເບິ່ງຕິກຈົນຫມົດຊົ່ວໂມງ ແລ້ວກໍຍີ້ມຢູ່ຄົນດຽວເຫມືອນຄົນບ້າເຊັ່ນເຄີຍ.
———————————————————————————————————-
ວັນເວລາຜ່ານໄປຕິກກັບນິກກໍສະຫນິດກັນຂຶ້ນ ຈົນພໍເຮັດໃຫ້ຫມູ່ໃນຫ້ອງບາງຄົນແນມອອກວ່ານິກກຳລັງມັກຕິກຢູ່
ທີ່ຫ້ອງທົດລອງວິຊາເຄມີ
“ນິກ” ນ້ອຍຫມູ່ຮ່ວມຫ້ອງຮ້ອງໃສ່ນິກ.
“ອີ່ສັງ” ນິກຕອບ.
“ມານັ່ງພີ້ນ່າ”
“ນັ່ງໃສ” ນິກຖາມຄືນ.
“ນັ່ງພີ່ນ່າ” ແລະນ້ອຍກໍແນມໄປຫາຕິກ.
ນິກຮູ້ວ່ານ້ອຍກຳລັງເຢີ້ຍຕົວເອງໃສ່ຕິກຢູ່.
ນິກຕອບໄປວ່າ “ໄດ້ແລ້ວ ຢູ່ຫັ່ນຄົນມັນເຕັມລະເດະຊິໃຫ້ນັ່ງໃສ”
“ອັ່ນແນ່ ທີ່ຈິງກະຢາກມານັ່ງພີ້ໄດ໊ຫັ່ນເນາະ” ນ້ອຍເຢີ້ຍ
ນ້ອຍຮ້ອງໃສ່ “ຕິ່ງລີ້ອອກແມະ ນິກຊິມານັ່ງ”
“ໂຮະໆ ໄລ່ກັນຊິເລີຍຫວະ”
“ເວົ້າຢອກນິກຊື່ໆ.. ວຸ່ຍ ເຮັດໃຈນ້ອຍໄປໄດ້”
ທີ່ຫ້ອງເສັງວິຊາເຄມີ
“ນິກນັ່ງໃສ ?” ຕິກຖາມ.
“ບ່ອນນິແຫລະ” ນິກຕອບພ້ອມກັບຮອຍຍີ້ມ.
“ເອີ່ ຊັ່ນເຂົາຊິນັ່ງນິ້ຈັ່ງຊິໄດ້ກ່າຍເພີ່ນ ອິອິ”
ແລະນິກກໍໄດ້ແຕ່ຍີ້ມ ຍີ້ມ ແລະກໍ່ ຍີ້ມ
“ໄດ້ຫົວບົດແລ້ວ ເຮັດໃຜເຮັດມັນເດີ້ ຫ້າມຖາມກັນ” ອາຈານຍາມຫ້ອງເສັງບອກກັບທຸກໆຄົນ
“ນິກ ເພີ່ນໄດ້ຫົວບົດໃດນະ” ຕິກຖາມນິກດ້ວຍນ້ຳສຽງອັນແຜ່ວເບົາ
“B, ເພີ່ນຫົວບົດຫຍັງ ?”
“ເຂົາຖືກ A” ຕິກຕອບ
“ບໍ່ເປັນຫຍັງ ສຸລິຍານັ່ງທາງຂ້າງເຂົາລາວກະຖືກຫົວຂໍ້ A ຄືເພີ່ນ ດຽວເຂົາເບິ່ງຄຳຖາມນຳລາວແລ້ວຈະແກ້ໃຫ້” ນິກກຳລັງຈະໂຊວ໌ພາວ
“ໂດຍໆ”
ແລະນິກກໍເລັ່ງຂ້ຽວແກ້ໂຈດຂອງຕົວເອງໃຫ້ແລ້ວເພື່ອທີ່ຈະໄດ້ແກ້ໂຈດຫົວຂໍ້ຂອງຕິກຕໍ່
“ນາງນິເຈົ້າໄປນັ່ງໂຕະຫນ້າໄປ໊” ອາຈານບອກກັບຕິກ.
ນິກແນມຫນ້າອາຈານດ້ວຍຄວາມຄຸ່ນເຄືອງ.
ຫນຶ່ງອາທິດກ່ອນມື້ເສັງທຶນຈີນ
“ໂຕບໍ່ເສັງອີ່ຫລີຫວະນິກ” ໄຊຖາມ.
“ບໍ່ດອກ ເຮົາບໍ່ຢາກຮຽນພາສາຈີນ ບໍ່ມັກຮຽນພາສາຈີນ ເວົ້າຄືຕົນເອງຈະເສັງໄດ້ນິໄດ໊ ຮະຮະ” ນິກຕອບ.
“ເສຍດາຍ ວ່າຊິໄດ້ພໍເພີ່ງໂຕແດ່ຊັ່ນດອກ”
“ໂຕຊິຖ້າເສັງເອົາທຶນຢີ່ປຸ່ນຫວະ ?” ໄຊຖາມອີກຄັ້ງ.
“ບໍ່ ທຶນຢີ່ປຸ່ນມັນມີເສັງພາສາຢີປຸ່ນນຳ ມັນຊິບອກແຕ່ດົນກະບໍ່ໄດ໋ ຊິເສັງລະຈຶ່ງມາບອກ ໃຜຊິກຽມທັນ ” ນິກເຊັງ.
———————————————————————————————————-
ສາຍລົມຫນາວພັດຜ່ານ ການເວລາລ່ວງເລີຍ ຄວາມຮູ້ສຶກດີໆທີ່ນິກມີຕໍ່ຕິກກໍຍັງເຫມືອມເດີມ ບໍ່ເຄີຍປ່ຽນຜັນ.
———————————————————————————————————-
ມື້ຫນຶ່ງຂອງຊ່ວງທ້າຍໆສົກຮຽນ ນິກຮຽນເພີ່ມວິຊາສະຖິຕິສາດຕໍ່ຈາກຊົ່ວໂມງຮຽນປົກກະຕິ ແລະມື້ນັ້ນເປັນມື້ທີ່ຄະແນນພາກຮຽນຫນຶ່ງອອກພໍດີ ພໍເລີກຮຽນເພີ່ມນິກກໍໄປມຸງເບິ່ງຄະແນມຂອງຕົນເອງທີ່ກະດານຂ່າວແລະກໍບໍ່ລືມທີ່ຈະເບິ່ງໃຫ້ຕິກພ້ອມ ພໍແຕ່ກັບບ້ານນິກກໍຟ້າວໂທບອກຕິກໃຫ້ຮູ້ເຖິງເລື່ອງຄະແນນ.
ແລະແລ້ວວັນສຸດທ້າຍຂອງການເສັງພາກຮຽນທີ່ສອງກໍມາເຖິງ ມັນເປັນວັນສຸດທ້າຍທີ່ນິກຈະໄດ້ເຫັນຫນ້າຕິກ ແລະມັນກໍເປັນວັນທີ່ເຮັດໃຫ້ນິກບໍ່ສະບາຍໃຈອີກດ້ວຍ ເມື່ອຮູ້ວ່າຕໍ່ໄປນີ້ຈະບໍ່ມີໂອກາດໄດ້ພົບກັບຕິກອີກແລ້ວ ຕ່າງຄົນກໍຕ່າງແຍກສາຍໄປຮຽນຄົນລະບ່ອນ ແລະເມື່ອຊົ່ວໂມງເສັງຈົບລົງ ນິກກໍໄດ້ແຕ່ຍີ້ມທັ້ງນ້ຳຕາ.
# ໄດອາຣີ່ສ່ວນຕົວຂອງນິກ
@ 23 ມີຖຸນາ 2008
“ເພີ່ນຈະຮູ້ຫລືບໍ່ວ່າເຂົາຮັກເພີ່ນ…”
ບໍ່ຮູ້ວ່າເພີ່ນຈະເຊື່ອເຂົາຫລືບໍ່ ທີ່ຜ່ານມາເຂົາບໍ່ເຄີຍຈະຮູ້ສືກດີກັບໃຜໄດ້ຫລາຍເທົ່າກັບເພີ່ນມາກ່ອນ ຢາກຈະບອກຄຳວ່າຮັກກັບເພີ່ນແຕ່ກໍບໍ່ມີໂອກາດ.. ກໍບໍ່ເປັນຫຍັງ ເຂົາຈະເກັບຄຳນີ້ໄວ້ບອກກັບເພີ່ນພຽງຄົນດຽວເທົ່ານັ້ນ ບໍ່ວ່າມັນຈະນານແສນນານຈົນໄປເຖິງພົບໃຫມ່ໃນຊາດຫນ້າກໍຕາມ.. ທີ່ເຂົາບອກກັບທຸກໆຄົນວ່າບໍ່ຢາກເສັງເອົາທຶນຕ່າງປະເທດຍ້ອນບໍ່ຢາກຮຽນພາສາເຂົາເຈົ້ານັ້ນ ທີ່ຈິງແລ້ວເຂົາບໍ່ຕ້ອງການຢາກຈາກເພີ່ນໄປ ເຂົາຢາກຈະຢູ່ໃກ້ໆໃຫ້ໄດ້ເຫັນຫນ້າເພີ່ນໃຫ້ດົນທີ່ສຸດເທົ່າທີ່ເຂົາຈະເຮັດໄດ້ ເຖິງຈະຢູ່ໃນຖານະເພື່ອນຮ່ວມຫ້ອງກໍຕາມ.
ນິກ.


noungning said,
February 10, 2010 at 3:13 am
ນັ່ນໆ… ຮູ້ໃດວ່າໝາຍເຖິງໃຜ… ອິອິ
ມ່ວນຫຼາຍ…ກິນໃຈ…
nee said,
November 24, 2009 at 9:42 pm
ສົງໃສຂຽນມາຈາກປະສົບການຈິງຂອງນັກຂຽນ
ຂຽນໄດ້ຊື້ງຫຼາຍ……… ອິດສາສາວຕິກເດ:-P