ຈິນຕະນາການນ້ອຍໃນປ່າໃຫຍ່

“ ຕົ້ນ ! ຕື່ນ​ໄດ້​ແລ້ວ ” ແມ່​ຮ້ອງ​ເພື່ອ​ປຸກ​ຂ້ອຍ​ໄປ​ໂຮງຮຽນ​ໃນ​ຕອນ​ເຊົ້າ

“ ເຈົ້າ.. ລຸກ​ແລ້ວ​ວວວ​ລຸກ​ແລ້ວ​ວວ ” ຂ້ອຍ​ຕອບ​ກັບ​ແບບ​ກຽດຄ້ານ

ເຮິ່… ເປັນ​ອີກ​ມື້ຫນຶ່ງ​ທີ່​ຂ້ອຍ​ຕ້ອງ​ໄດ້​ຕື່ນ​ແຕ່​ເຊົ້າ​ເພື່ອ​ກຽມ​ຕົວ​ໄປ​ໂຮງຮຽນ.. ເອີ້ຍ ! ລືມ​ໄປ ມື້ນີ້​ມີ​ເສັງ.. ບໍ່​ໄດ້​ບໍ່​ໄດ້ ຊັກ​ຊ້າ​ມີ​ຫວັງ​ຖືກ​ຕັດ​ສິດ​ເຂົ້າ​ຫ້ອງ​ເສັງ..

ພໍ​ນຸ່ງ​ເຄື່ອງ​ແລ້ວ​ຂ້ອຍ​ກໍ​ຟ້າວ​ແລ່ນ​ລົງ​ມາ​ໃສ່​ເກີບ​ຢູ່​ຊັ້ນ​ລຸ່ມ..

ແມ່​ຂ້ອຍ​ເອີ້ນ​ບອກ “ ມາ​ກິນ​ເຂົ້າ​ກ່ອນ​ລູກ ມື້​ນິ​ແມ່​ເຮັດ​ແກງ​ເຜັດ​ຂອງ​ມັກ​ຂອງ​ລູກ​ໄວ້​ໃຫ້ ” ໃນ​ຂະນະ​ທີ່​ລາວ​ຢູ່​ໃນ​ຫ້ອງ​ຄົວ.

“ ໄດ້​ແລ້ວ​ແມ່ ມື້​ນິ​ເຮົາ​ຟ້າວ”

“ ແມ່ນ​ຫຍັງ​ຂອງ​ມັນ​ວ່າ​ລູກ​ຄົນ​ນີ້ ”

ຂ້ອຍ​ຟ້າວ​ແລ່ນ​ອອກ​ຈາກ​ບ້ານ​ໄປ​ຕາມ​ທາງ​ທີ່​ເຄີຍ​ຍ່າງ​ໃນ​ແຕ່​ລະ​ມື້ ແຕ່​ມື້​ນິ​ພິເສດ​ຕ້ອງ​ໄດ້​ແລ່ນ​ແທນ (ໃຜ​ໃຊ້​ໃຫ້​ຕື່ນ​ສວາຍ​ລະ​ຕົ້ນ)

ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ລະຫວ່າງ ບ້ານ​ຂ້ອຍ​ຫາ​ໂຮງຮຽນ​ນັ້ນ ເປັນ​ເສັ້ນ​ນ້ອຍໆ​ທີ່​ຕັດ​ລັດ​ຜ່ານ​ປ່າ​ທີ່​ຂ້ອນ​ຂ້າງ​ທຶບ​ພໍ​ສົມຄວນ, ບາງ​ມື້​ຂ້ອຍ​ກໍ​ເຫັນ​ກວາງ​ແລ່ນ​ຜ່ານ​ຫນ້າ​ໄປ ແລະ ກໍ​ມີ​ນົກ​ບິນ​ຜ່ານ​ເທິງ​ຫົວ, ສອງ​ຂ້າງ​ທາງ​ກໍ​ເຕັມ​ໄປ​ດ້ວຍ​ຕົ້ນໄມ້​ໃຫຍ່ ແລະ ພຶກສາຊາດ​ນາໆພັນ ພ້ອມ​ດ້ວຍ​ແສງ​ພະ​ອາທິດ​ສີ​ທອງ​ທີ່​ກຳ​ລັງສາດ​ແສງ​ລົງ​ມາ​ໃສ່​ພື້ນ​ດິນ​ຜ່ານ​ຊ່ອງ​ຫວ່າງ ຂອງ​ໃບ​ໄມ້

“ ວູ້ ! ນົກ​ແກ້ວ ” ຂ້ອຍ​ອຸທານ​ໄປ​ພ້ອມໆ​ກັບ​ທີ່​ກຳລັງ​ແລ່ນ​ໄປ​ຕາມ​ທາງ “ ນັ້ນ​ກໍ່​ຄົງ​ຈະ​ເປັນ​ກະຮອກ​ງາມ​ອີ່ຫລີ ”

ຮືມ​​ມມ ຮືມ​​ມມມ… ຂ້ອຍ​ກົ້ມ​ຫນ້າ​ ເອົາມືຄ້ຳ​ຫົວເຂົ່າ “ເມື່ອຍແຫະ ຍ່າງເອົາດີກວ່າ”

“ ດຽວ​ກະ​ບໍ່​ທັນ​ໂຮງຮຽນ​ແຫລະ​ຫັ່ນ ”

“ ຫະ ! ໃຜ​ເວົ້າ​ກັບ​ຂ້ອຍ​ນິ ?? ”

“ ເຈົ້າ​ຄົງ​ຈະ​ຄື​ກັບ​ມະນຸດ​ຄົນ​ອື່ນໆ​ທີ່​ຄິດ​ວ່າ​ຂ້ອຍ​ເວົ້າ​ບໍ່​ໄດ້ ”

ຂ້ອຍ​ຫັນ​ຫນ້າ​ໄປ​ທາງ​ຂວາ​ຢ່າງ​ຊ້າໆ “ ເຮິ້ຍ ! ກວາງ​ເວົ້າ​ໄດ້ ” ຂ້ອຍ​ເວົ້າ​ໃນ​ຂະນະ​ທີ່​ຖອຍຫລັງ​ແລ້ວ​ກໍ​ລົ້ມ​ລົງ

“ ຮະ​ຮະ ແປກ​ໃຈ​ຊະ​ເບາະ ເຈົ້າ​ຊາຍ​ນ້ອຍ ”

ຂ້ອຍ​ແນມ​ເບິ່ງ​ຫນ້າ​ມັນ​ແບບ​ບໍ່​ກະ​ພິບ​ຕາ​ດົນ​ເຕີບ ກ່ອນ​ທີ່​ຈະ​ແລ່ນ​ຕໍ່

“ ເບິ່ງ​ຫມໍ​ນັ້ນ​ແມະ ຈັກ​ວ່າ​ເພີ່ນ​ຟ້າວ​ໄປ​ໃສ ແລ່ນ​ເອົາ​ເປັນ​ເອົາ​ຕາຍ ”

ຂ້ອຍ​ຢຸດ​ແລ່ນ​ແລ້ວ​ແນມ​ຂື້ນ​ໄປ​ເທິງ​ຕົ້ນໄມ້ ປາກົດ​ວ່າ​ເຫັນ​ນົກ​ເຂົາ ມັນ​ກຳລັງ​ລົມ​ກັນ​ຢູ່

ຂ້ອຍ​ແນມ​ເບິ່ງ​ຫນ້າ​ມັນ​ກ່ອນ​ທີ່​ຈະ​ຕອບ​ກັບ​ໄປ​ວ່າ “ ຂ້ອຍ​ຈະ​ໄປ​ໃສ​ກະ​ເລື່ອງ​ຂອງ​ຂ້ອຍ ມັນ​ບໍ່​ກ່ຽວ​ກັບ​ເຈົ້າ ”

“ ເຈົ້າ​ຫມັ້ນ​ໃຈ​ຊ່ຳໃດ​ວ່າ​ມັນ​ບໍ່​ກ່ຽວ​ກັບ​ເຈົ້າ ” ນົກ​ເຂົາອີກຕົວ​ເວົ້າ​ກັບ​ຂ້ອຍ

“ ແລ້ວ​ມັນ​ກ່ຽວ​ຫຍັງ​ກັບ​ພວກ​ເຈົ້າ ? ” ຂ້ອຍ​ຖາມ​ຄືນ​ໂດຍ​ທີ່​ບໍ່​ຢູ່​ຟັງ​ຄຳ​ຕອບ

ແລະ​ຂ້ອຍ​ກໍ່​ຫັນ​ຫນ້າ​ໄປ​ແລ້ວ​ແລ່ນ​ຕໍ່.. ແປກ​ທີ່​ມື້​ນິ​ສັດ​ພວກ​ນັ້ນ​ມັນ​ເວົ້າ​ໄດ້.. ຂ້ອຍ​ແລ່ນ​ມາ​ຮອດ​ທາງ​ແຍກ​ທີ່​ແຍກ​ຂວາ​ຈະ​ໄປ ຫາ​ໂຮງຮຽນ ແລະ ແຍກ​ຊ້າຍ​ຈະ​ໄປ​ອອກ​ລຳ​ທານ​ຕົ້ນ​ນ້ຳຂອງ​ເມືອງ

ປົກກະຕິ​ແລ້ວ​ຂ້ອຍ​ຕ້ອງ​ຢ່າງ​ໄປ​ທາງ​ຂວາ​ຕາມ​ປົກກະຕິ ແຕ່​ມື້ນີ້​ກັບ​ຫລຽວ​ຊ້າຍ​ໄປ​ສຸດ​ສາຍຕາ​ເຫັນ​ບ້ານ​ໄມ້​ຫລັງ ຫນຶ່ງ​ຕັ້ງ​ຢູ່​ແຄມ​ທາງ

“ ເອະ ໃຜ​ທັນ​ໄດ້​ມາ​ສ້າງ​ບ້ານ​ໄວ​ແທະ ? ” ຂ້ອຍ​ຖາມ​ຕົວ​ເອງ (ແລ້ວ​ໃຜ​ຈະ​ມາ​ຕອບ^^”)

ລັງ​ເລ​ຢູ່​ພັກ​ຫນຶ່ງ.. ເອົາ​ນ່າ​ຍ່າງ​ໄປ​ເບິ່ງ​ແປັບ​ຫນຶ່ງ​ຄົງ​ບໍ່​ເສຍ​ເວລາ​ຍ້ອນ

“ ບັນຍາກາດ​ມັນ​ຄື​ແປກໆ​ວະ ” ລຳ​ພຶກ​ກັບ​ຕົວ​ເອງ “ ຮຶ ?? ກິ່ນ​ຫຍັງ ?? ”

ເປັນ​ກິ່ນ​ຄ້າຍໆ​ອາຫານ​ທີ່​ປຸງ​ແຕ່ງ​ດ້ວຍ​ພວກ​ບັນດາ​ເຄື່ອງ​ເທດ.. ຫລື​ວ່າ​ຈະ​ເປັນ​ບ້ານ​ພໍ​ມົດ..  ( <<< ເວີ້ )

“ ແອັ໊ດ​​ດດດດດດ ” ສຽງ​ປະຕູ​ບ້ານ​ເປີດ ພ້ອມໆ​ກັບ​ມີ​ຄົນ​ໂຜ່​ຫນ້າ​ອອກ​ມາ.. ລັກສະນະ​ຄົງ​ຈະ​ເປັນ​ເຈົ້າ​ຂອງ​ບ້ານ

ແລະ​ລາວ​ກໍ່​ເວົ້າ​ຂື້ນ “ ໄປ​ໃສ​ມາ​ຫມໍນ້ອຍ ”

“ ມາ​ແຕ່​ບ້ານ ກຳລັງ​ຈະ​ໄປ​ໂຮງຮຽນ ” ຂ້ອຍ​ຕອບ​ດ້ວຍ​ໃບ​ຫນ້າ​ອັນ​ສົງ​ໃສ

“ ອັນ​ນີ້​ແມ່ນ​ບ້ານ​ຂອງ​ລຸງ​ເບາະ ? ” ຖາມ​ກັບ

“ ແມ່ນ​ແລ້ວ ” ລຸງ​ເຈົ້າ​ຂອງ​ບ້ານ​ຕອບ “ ແລ້ວ​ເປັນ​ຫຍັງ​ຫມໍນ້ອຍ​ຈຶ່ງ​ມາ​ທາງ​ນີ້ ໂຮງຮຽນ​ມັນ​ໄປ​ທາງ​ນັ້ນ​ບໍ່​ແມ່ນ​ບໍ ? ”

“ ບໍ່​ເຄີຍ​ເຫັນ​ບ້ານ​ລຸງ​ມາ​ກ່ອນ​ເລີຍ​ຍ່າງ​ມາ​ເບິ່ງ ”

“ ຮະ​ຮະ ” ລຸງ​ຄົນ​ນັ້ນ​ຫົວຂວັນ​ຂ້ອຍ “ ຫມໍນ້ອຍ​ຈະ​ເຫັນ​ໄດ້​ຈັ່ງ​ໃດ ບ້ານ​ຫລັງ​ນີ້​ມັນ​ຫາ​ກໍ​ຖືກ​ສ້າງ​ຂື້ນ​ມື້ວານ​ນີ້ ”

“ ວານ​ນີ້ ?? ” ຂ້ອຍ​ອຸທານ​ແບບ​ຄິ້ວ​ຕຳ​ກັນ

“ ເອົາ​ນ່າ.. ລຸງ​ບອກ​ວ່າ​ວານ​ນີ້​ມັນ​ກໍ​ຄື​ວານ​ນີ້ ” ແລ້ວ​ລຸງ​ລາວ​ກໍ​ຖາ​ກັບ​ມາ​ວ່າ “ ຫມໍນ້ອຍ​ຍັງ​ບໍ່​ທັນ​ໄດ້​ກິນ​ເຂົ້າ​ແມ່ນ​ບໍ່​ນິ ສີ​ຫນ້າ​ມັນ​ຟ້ອງ ຮະ​ຮະ​ຮະ.. ” (ຫົວ​ເຮັດ​ຫຍັງ​ວະ ._.)

“ ເຮົາ​ຟ້າວ​ໄປ​ໂຮງຮຽນ​ກໍ​ເລີຍ​ບໍ່​ທັນ​ໄດ້​ກິນ ”

“ ເຂົ້າ​ມາ​ກິນ​ເຂົ້າ​ກັບ​ລຸງ​ກ່ອນ​ກະ​ໄດ້ ” ເຫມືອນ​ກັບ​ວ່າ​ລຸງ​ລາວ​ພະຍາຍາມ​ຈະ​ຖ່ວງ​ຂ້ອຍ​ໄວ້ “ ລຸງ​ມີ​ຫຍັງ​ຈະ ໃຫ້​ຫມໍນ້ອຍ​ເບິ່ງ ”

ແລະ​ແລ້ວ​ລຸງ​ຄົນ​ນັ້ນ​ກໍ​ຍ່າງ​ເຂົ້າ​ໄປ​ໃນ​ບ້ານ, ຂ້ອຍ​ຫລຽວ​ໄປ​ເຫັນ​ຕົ້ນໄມ້​ຕົ້ນ​ຫນຶ່ງ​ທີ່​ເປັນ​ກະ​ຖັງ​ຕັ້ງ​ຢູ່​ຫນ້າ​ບ້ານ ມັນ​ຄ້າຍໆ​ຄື​ກັບ ຕົ້ນ​ຢາ​ຫລາຍ​ກວ່າ​ຂ້ອຍ​ວ່າ ແລະ ກິ່ນ​ມັນ​ກໍ​ຫອມ​ດີ

“ ບ້ານ​ລຸງ​ນິ​ເກົ່າ​ເນາະ ຄື​ວ່າ​ຫາ​ກໍ​ສ້າງ ມັນ​ຄືເກົ່າ​ແທະ​ຊັ່ນ ” ຂ້ອຍ​ຖາມ​ໄປ​ລອຍໆ

ຂ້ອຍ​ຫລຽວ​ເບິ່ງ​ຮູບແຕ້ມ​ທີ່​ຫ້ອຍ​ຢູ່​ຂ້າງ​ຝາ​ກ່ອນ​ທີ່​ຈະ​ອຸທານ​ອອກ​ມາ​ວ່າ “ ວູ້ ! ຮູບ​ນິ​ລຸງ​ແຕ້ມ​ເອງ​ຫວະ​ນິ ? ” ຄິດ​ໃນ​ໃຈ ລຸງ​ລາວ​ຄົງ​ຈະ​ເປັນ​ຈິດຕະກອນ​ແນ່ນອນ

“ ລູກ​ຊາຍ​ລຸງ​ເປັນ​ຄົນ​ແຕ້ມ ” ລຸງ​ລາວ​ຕອບ​ກັບ​ໃນ​ຂະນະ​ທີ່​ກຳລັງ​ຊອກ​ຄົ້ນ​ຫາ​ອີ່​ຫຍັງ​ບາງ​ຢ່າງ​ໃນ​ກ່ອງ​ຫນ່ວຍ​ໃຫຍ່

“ ແລ້ວ​ຕອນ​ນີ້​ລາວ​ຢູ່​ໃສ​ຊັ່ນ ? ”

“ ຕອນ​ນີ້​ເປັນ​ເວລາ​ທີ່​ລາວ​ໄປ​ຮຽນ ລາວ​ຢູ່​ມະຫາ​ໄລ​ແພດ​ປລາ​​ສ​ເຕິຣ໌ ຕອນ​ຄ່ຳໆພຸ່ນແຫລະ ​ທີ່​ລາວ​ຈະ​ກັບ​ມາ​ບ້ານ ”

ເຮົາ​ຖາມ​ກັບ​ໄປ​ອີກ​ຄັ້ງ “ ລາວ​ຮຽນ​ແພດ​ການ​ຢາ​ແມ່ນ​ບໍ່ ? ”

“ ຮະ​ຮະ ສະຫລາດ​ຫລາຍ​ຫມໍນ້ອຍ ສົງໄສ​ຄົງ​ຈະ​ໄປ​ເຫັນ​ຕົ້ນ​ຢາ​ທີ່ຢູ່​ຫນ້າ​ບ້ານ​ຫັ່ນ​ແມ່ນ​ບໍ່, ນັ້ນ​ເປັນ​ຢາ​ຮັກສາ​ບາດ ແຜ​ຊົ່ວຄາວ​ມັນ​ມີ​ຊື່ວ່າ ເຣດ​ກຣາ​​ສສ໌ ແຕ່​ຖ້າ​ມັນ​ໄດ້​ປະສົມ​ກັບ​ຕົ້ນ​ຢາ​ອີກ​ຊະນິດ​ຫນຶ່ງ​ທີ່​ມີ​ຊື່ວ່າ ບລູ​ເຮີຣ໌ບ ມັນ​ຈະ​ສາມາດ​ຮັກສາ ບາດແຜ​ສົດ​ໄດ້​ຢ່າງ​ບໍ່​ຫນ້າ​ເຊື່ອ​ເລີຍ​ລະ ”

“ ແລ້ວ​ອັນ​ຕົ້ນ​ບລູ​ເຮີຣ໌ບ​ມັນ​ຫນ້າ​ຕາ​ເປັນ​ຈັ່ງ​ໃດ ? ”

“ ຫນ້າ​ຕາ​ຄື​ກັນ​ນັ້ນ​ແຫລະ​ຫມໍນ້ອຍ ຫາກ​ແຕ່​ມັນ​ມີ​ສີຟ້າ​ແລະ​ມີ​ກິ່ນ​ຂິວ ບໍ່​ຫອມ​ຄື​ຈັ່ງ​ເຣດ​ກຣາ​​ສສ໌ ”

“ ແລ້ວ​ມັນ​ໃຊ້​ຈັ່ງ​ໃດ ? ” (ສໍ້​ດີ​ເນາະ​ຫມໍ​ນິ)

“ ພຽງ​ແຕ່​ເອົາ​ມາ​ຫຍ້ຳລວມ​ກັນ ແລ້ວກືນກິນ ເທົ່ານັ້ນແຫລະ ບາດແຜຂອງເຈົ້າກໍຈະຫາຍດີ ແຕ່ລົດຊາດມັນບໍ່ໄດ້ແຊບເຫມືອນກັບຊາປະສົມນົມແບບທີ່ແມ່ເຈົ້າຊົງໃຫ້ດື່ມເດີ້ ຫມໍນ້ອຍ, ແຕ່​ວ່າ​ບລູ​ເຮີຣ໌ບ ບໍ່​ສາມາດ​ເພາະ​ພັນ​ໄດ້​ແຖມ ຍັງ​ມີ​ປະລິມານ​ທີ່​ຫນ້ອຍ ຍ່າງ​ເຂົ້າ​ໄປ​ໃນ​ປ່າ​ປະມານ 1 ໄມລ໌ຈະ​ພົບ​ຢູ່​ຕົ້ນ​ຫນຶ່ງ.. ອໍ໋ ແລະ​ມັນ​ກໍ​ມີ​ພຽງ​ແຕ່​ໃນ​ປ່າ​ດາ​​ສ​ເທົ່ານັ້ນ ”

“ ປ່າ​ດາ​​ສ ? ” ຂ້ອຍເຮັດ​ຫນ້າຫມາຍ​ຖາມ

“ ຮະ​ຮະ ປ່າ​ດາ​​ສ​ກໍ່​ຄື​ປ່າ​ຢູ່​ທາງ​ຜ່ານ​ໄປ​ໂຮງຮຽນຂອງເຈົ້າຫັ່ນ​ເດ້ ຫນ້ອຍ​ຄົນ​ທີ່​ຈະ​ຮູ້​ເລື່ອງ​ລາວຂອງປ່າ​ນີ້ ”

“ ອະ.. ນິ​ຫລະ ” ລຸງ​ຄົນ​ນັ້ນ​ເວົ້າ​ແລ້ວ​ກໍ່​ຫັ່ນ​ຫນ້າ​ມາ​ຫາ​ຂ້ອຍ​ພ້ອມ​ກັບ​ຖື​ອີ່​ຫຍັງ​ບາງ​ຢ່າງ​ໄວ້​ໃນ​ມື “ ມັນ​ເປັນ​ກ່ອງ ເກັບ​ດວງ​ວິ​ຍານ ໃຊ້​ໄວ້​ເກັບ​ວິ​ຍານ​ພວກ​ມອນ​​ສ​ເຕິຣ໌​ທີ່ຢູ່​ໃນ​ປ່າ​ດາ​​ສ ລຸງ​ຄິດ​ວ່າ​ມື້ຫນຶ່ງ​ຫມໍນ້ອຍ​ຄົງ​ໄດ້​ໃຊ້​ມັນ ລຸງ​ເອົາ​ໃຫ້ ”

“ ເຮົາ​ວ່າ​ຫນ້າ​ຕາ​ຂອງ​ກ່ອງ​ນີ້​ມັນ​ແປກໆ​ຢູ່​ໄດ໋ ”

“ ຮະ​ຮະ ມັນ​ເຮັດ​ມາ​ຈາກ​ງາ​ຊ້າງ ”

“ ຂອບໃຈ​ເດີ້​ລຸງ… ”

“ ລຸງ​ຊື່ ມາ​​ສ​ເກລ ຮະ​ຮະ ”

“ ຂອບໃຈ​ລຸງ​ມາ​​ສ​ເກລ ”

ແລ້ວ​ຂ້ອຍ​ກໍ​ຟ້າວ​ແລ່ນ​ອອກ​ມາ​ຈາກ​ບ້ານ ມຸ່ງ​ຫນ້າ​ໄປ​ທີ່​ໂຮງຮຽນ..

“ ເອະ..ລືມ​ຖາມ​ວິທີ​ໃຊ້​ກ່ອງ​ເກັບ​ວິ​ຍານ ”

ພໍ​ແຕ່​ຂ້ອຍ​ຫັນ​ຫລັງ​ກັບ​ຄືນ​ກໍ​ບໍ່​ເຫັນ​ບ້ານ​ຫລັງ​ນັ້ນແລ້ວ.. ແປກ.. ຂ້ອຍ​ແລ່ນ​ໄປ​ຕໍ່ ແຕ່​ກັບ​ຕ້ອງ​ເຈິ​ຫມາ​ພະເນຈອນ​ຕົວ​ຫນຶ່ງ​ມາ ຂວາງ​ທາງ ລັກສະນະ​ມັນ​ຫິວ ແລະ​ຕ້ອງການ​ຈະ​ກິນ​ຂ້ອຍ​ເປັນ​ອາຫານ.. ເອະ ຫລື​ນິ້​ເຮົາ​ຈະ​ເຂົ້າ​ມາ​ເຂດ​ມາ​ດາ​​ສ​ແລ້ວ​ຂ້ອຍ ພະຍາຍາມ​ແກະ​ກ່ອງ​ເກັບ​ດວງ​ວິ​ຍານ​ໄປ​ທັ້ງໆທີ່​ບໍ່​ຮູ້​ດອກ​ວ່າ​ມັນ​ໃຊ້​ຈັ່ງ​ໃດ.. ຮື່.. ມັນ​ຍ່າງ​ເຂົ້າ​ມາ​ໃກ້​ຂ້ອຍ​ແລ້ວ.. ແຕ່​ຂ້ອຍ​ກະ ຍັງ​ໄຂມັນ​ບໍ່​ອອກ​ປານ​ນີ້

>> ຟືບ !!<<

ຂ້ອຍ​ຢືນ​ງົງ ມີ​ບາງ​ຢ່າງ​ລອຍ​ກາຍ​ຫນ້າ​ຂ້ອຍ​ໄປ​ດ້ວຍ​ຄວາມ​ໄວ​ສູງ ແລະ​ເຫມືອນ​ກັບ​ວ່າ​ມັນ​ຈະ​ຫອບ​ເອົາ​ຫມາ​ຕົວ​ນັ້ນ​ໄປ​ນຳ ເຫລືອ​ໄວ້​ພຽງ​ແຕ່… ຊ່າງ​ມັນ​ເທາະ..

ຂ້ອຍ​ແລ່ນ​ຕໍ່​ໄປ​ຕາມ​ທາງ ແລະ ທັນໃດ​ນັ້ນ​ຟ້າ​ກໍ​ມືດ​ຄື້ມ​ເຂົ້າ​ແບບ​ບໍ່​ມີ​ແຈ້ງ​ເຕືອນ​ກັນ​ເລີຍ.. ຂ້ອຍ​ຮູ້​ໄດ້​ທັນທີ​ເລີຍ​ວ່າ​ໄດ້​ກ້າວ​ເຂົ້າ ມາ​ໃນ​ເຂົ້າ​ປ່າ​ດາ​​ສ​ເປັນ​ທີ່​ແນ່ນອນ.. ຊວຍ​ແລ້ວ, ກັບ​ດີ​ກວ່າ.

“ ອ່າວ  ?! ” ຂ້ອຍ​ຮ້ອງ​ຂື້ນ “ ປ່າ​ເຕັມ​ໄປ​ຫມົດ​ເລີຍ ຫົນທາງ​ທີ່​ແນມ​ເຫັນ​ກໍ​ຫົດ​ຫາຍ, ຊວຍ​ຫນັກ​ເລີຍ​ບາດ​ນິ ”

ຫລັງ​ຈາກ​ຢືນ​ຄິດ​ຢູ່​ພັກ​ຫນຶ່ງ ຂ້ອຍ​ໄດ້​ຕັດສິນ​ໃຈ​ຈະ​ກ້າວ​ຕໍ່​ໄປ ຕາມ​ສັນ​ຊາຕະ​ຍານ​ຂອງ​ເດັກ​ປ່າ​ຄົນ​ຫນື່ງ ແລະ ກໍ​ໄດ້​ພົບ​ກັບ​ຊາຍ​ແກ່​ຜູ້​ຫນຶ່ງ ຊາຍ​ຊະລາ​ຄົນ​ນັ້ນ​ຫັນ​ຫນ້າ​ມາ​ແລ້ວ​ຍິ້ມ​ກ່ອນ​ທີ່​ຈະ​ບອກ​ກັບ​ຂ້ອຍ​ວ່າ :

“ ເຈົ້າ​ເຂົ້າ​ມາ​ເຮັດ​ຫຍັງ ? ”

ຂ້ອຍ​ແນມ​ຫນ້າ​ລາວ​ຄົນ​ນັ້ນ​ແບບ​ບໍ່​ເຂົ້າໃຈ​ເຊັ່ນ​ກັນ​ວ່າ​ລາວ​ເຂົ້າ​ມາ​ເຮັດ​ຫຍັງ ? ແລະ​ເພື່ອ​ທຳລາຍ​ຄວາມ​ສົງ​ໃສ​ນັ້ນ​ຂ້ອຍ​ກໍ​ໄດ້ ຖາມ​ລາວ​ກັບ​ຄືນ​ເຊັ່ນ​ກັນ​ວ່າ :

“ ຄັນຊັ້ນ​ລຸງ…. ”

>> ຟັບ !! <<

ຂ້ອຍ​ບໍ່​ທັນ​ໄດ້​ຄຳ​ຕອບ​ເລີຍວ່າ ລາວເອງເຂົ້າມາເຮັດຫນັງ​ຢູ່​ໃນ​ປ່າ​ແຫ່ງນີ້ ເນື່ອງຈາກມີບາງຢ່າງລອຍຜ່ານຫນ້າຂ້ອຍໄປ ພ້ອມໆກັບລຸງຄົນ​ນັ້ນ.. ເອະ.. ຫລື​ນັ້ນ​ຄື​ມອນ​​ສ​ເຕິຣ໌​ແຫ່ງປ່າດາ​​ສ.. ແມ່ນ​ແລ້ວ ຕ້ອງ​ແມ່ນ​ແຫລະ ມອນ​​ສ​ເຕິຣ໌ !!

ເຫມືອນ​ກັບ​ວ່າ​ມັນ​ຈະ​ຮູ້​ແລ້ວ​ວ່າ​ຂ້ອຍ​ຮູ້​ຕົວ ເພາະ​ມັນ​ກຳລັງ​ເຄື່ອນ​ເຂົ້າ​ມາ​ຫາ​ຂ້ອຍ ໃກ້​ເຂົ້າ​ໃກ້​ເຂົ້າ​ເລື້ອຍໆ.. ແລ້ວ​ຈະ​ຢືນ​ຢູ່​ຫາ​ວິມານ​ຫຍັງ​ລະ​ຕົ້ນ

ຂ້ອຍ​ຫັນ​ຫລັງ​ກັບ​ແລ້ວ​ກໍ​ແລ່ນ​ແບບ​ເຕັມ​​ສ​ປິດ.. ອໍ ລືມ​ໄປ​ວ່າມີກ່ອງ​ເກັບ​ດວງ​ວິ​ຍານ.. ວ່າ​ແຕ່​ໃຊ້​ຈັ່ງ​ໃດ​ລະ​ນິ ຊ່າງ​ເທາະ​ແກະ​ໃຫ້​ມັນ​ໄດ້​ກ່ອນ​ວະ ໃນ​ລະຫວ່າງ​ທີ່​ແລ່ນ​ຫນີ ມອນ​​ສ​ເຕິຣ໌​ຕົວ​ນັ້ນ ຂ້ອຍ​ກໍ​ພະຍາຍາມ​ແກະ​ກ່ອງ​ໄປ​ນຳ

ໂອ້ຍ​ມັນ​ຈະ​ຂ້າ​ຂ້ອຍ​ແລ້ວ.. ອ້າ !!!! ມັນ​ໃຊ້​ກົງ​ເລັບ​ສຽບ​ຫລັງ​ຂ້ອຍ​​ຍຍຍຍ ຊ່ວຍ​ຂ້ອຍ​ແດ່……. ຄວາມເຈັບ​ປວດ​ນັ້ນ​ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ກຳລັງ​ລ່ອງ​ລອຍ​ຂື້ນ​ໄປ​ດ້ວຍ​ຄວາມ​ເບົາ​ຂອງ​ຕົວ​ຂ້ອຍ​ເອງ ແລະ ຄວາມ​ອ້າງ​ວ້າງ​ວ່າງ​ເປົ່າ​ຂອງ​ສະພາບ​ແວດ​ລ້ອມ​ໃນ​ປ່າ.. ພໍ​ຮູ້ສຶກ​ຕົວ​ຂ້ອຍ​ກໍ່​ຮູ້ສຶກ​ເຈັບ​ປວດ​ແສນ​ທໍລະມານ ຫລຽວ​ໄປ​ເຫັນ ເຣດ​ກຣາ​​ສສ໌​ຢູ່​ຂ້າງໆ ມັນ​ມີ​ກິ່ນ​ຫອມ ແຕ່​ຫາ​ກວ່າ​ມັນ​ບໍ່​ມີ​ຄຸນສົມບັດ​ຮັກສາ​ບາດແຜ​ຖ້າ​ມັນ​ຍັງ​ບໍ່​ໄດ້​ຖືກ​ປະສົມ​ກັບ​ບລູ​ເຮີຣ໌ບ.. ບໍ່​ໄດ້ໆ ຂ້ອຍ​ຕ້ອງ​ໄດ້​ເລາະ​ຊອກ​ຫາບ​ລູ​ເຮີຣ໌ບ​ມາ​ໂດຍ​ດ່ວນ ແລ້ວ​ຂ້ອຍ​ຈະ​ຫາ​ມັນ​ມາ​ໄດ້​ຈັ່ງ​ໃດ ໃນ​ເມື່ອ​ຮ່າງກາຍ​ຍັງ​ດ້ຽງ​ຢູ່​ແບບ​ນີ້.. ອ່າ ! ສະຫວັນ​ເຫັນໃຈ, ໃນ​ຂະນະ​ນັ້ນ​ໄດ້​ມີ​ມ້າ​ຕົວ​ຫນຶ່ງແລ່ນຜ່ານໃສ​ພໍດີ

ຂ້ອຍ​ຂື້ນ​ມ້າ​ແລ້ວ​ກໍ​ຂີ່​ມັນ​ເຂົ້າ​ໄປ​ໃນ​ປ່າ​ດາ​​ສ​ອີກ​ເທື່ອ​ຫນຶ່ງ​ເພື່ອ​ທີ່​ຈະ​ເອົາ​ສະ​ມຸນ​ໄພ​ບລູ​ເຮີຣ໌ບ…

ຂ້ອຍ​ລ້າ​ເພາະ​ເສຍ​ເລືອດ​ເປັນ​ຈຳນວນ​ຫລາຍ ແລະ ເລືອດ​ນັ້ນ​ເອງ​ທີ່​ຈະ​ເປັນ​ຕົວ​ນຳ​ທາງ​ໃຫ້​ມອນ​​ສ​ເຕິຣ໌​ມັນ​ຮູ້​ວ່າຂ້ອຍ​ນັ້ນ​ຢູ່​ໃສ.. ເຮີ່.. ຂ້ອຍ​ຈະ​ຕາຍ​ບໍ່​ນິ..

ເອະ ! ນິ​ມັນ.. ມັນ ຄົງ​ຈະ​ເປັນ​ບລູ​ເຮີຣ໌ບ..ບໍ່​ວະ ? ມັນ​ເປັນ​ສີຟ້າ.. ອື່ມ​​ມມມ.. ຂິວໆ​ເຫມືອນກັບທີ່ລຸງມາສເກລບອກ​ເລີຍ​ອະ.. ແມ່ນ​ແລ້ວນີ້​ແມ່ນ ບລູ​ເຮີຣ໌ບ.. ວ່າ​ແຕ່​ຈະ​ຫຍ້ຳມັນຈັ່ງໃດລະບາດນິ ກິ່ນໂຄດຂິວເລີຍ..  ເອົາ​ວະ ດີ​ກວ່າ​ປ່ອຍ​ໃຫ້​ຕົວ​ເອງ​ຕາຍ.. ຂ້ອຍ​ຈັບ ເຣດ​ກຣາ​​ສສ໌ ມາລວມ​ກັນ​ກັບ ບລູ​ເຮີຣ໌ບ ແລ້ວ​ກໍ​ຫຍ້ຳດ້ວຍ​ສີ​ຫນ້າ​ອັນ​ບໍ່​ມັກ​ໃຈ​ເອົາ​ສະ​ເລີຍ.. ທັນໃດ​ນັ້ນ ບໍ່​ຫນ້າ​ເຊື່ອ​ເລີຍ​ວ່າ​ບາດແຜ​ກາງ​ຫລັງ​ຂອງ​ຂ້ອຍ​ມັນ​ຈະ​ຫາຍ​ໄປ​ແບບ​ບໍ່​ຈົ່ງ​ຮອຍ​ໄວ້​ເລີຍ..

..ນຶກ​ຂື້ນ​ໄດ້ ເອີ່ ເຮົາ​ມີ​ເສັງ​ຕະ​ວະ​ມື້​ນິ ປາດ​​ດດດດດ !! ແລ້ວ​ຈັ່ງ​ໃດ​ຈະ​ໄປ​ທັນ.. ຂ້ອຍ​ຂື້ນ​ມ້າ​ອີກ​ເທື່ອ​ຫນື່ງ​ແລ້ວ​ກໍ​ຂີ່​ມັນ ມຸ່ງ​ຫນ້າ​ໄປ​ທີ່ ໂຮງຮຽນ​ຢ່າງ​ໄວວາ..

ທ້ອງຟ້າ​ມືດ​ຄື້ມ​ອີກ​ຄັ້ງ.. ມັນ​ມາ​ອີກ​ແລ້ວ ພວກ​ມອນ​​ສ​ເຕິຣ໌ ບາດນີ້​ມັນ​ມາ​ເປັນ​ຝູງ​ເລີຍ.. ຮື​ຮື.. ຂ້ອຍ​ໂດດ​ລົງ​ຈາກ​ມ້າ​ແລ້ວ​ແລ່ນ​ໄປ​ຖອດ​ດາບ​ທີ່​ສຽບ​ຢູ່​ໂງ່ນ​ຫີນ​ອອກ​ມາ ແລ້ວ​ແລ່ນ​ລາກ​ດາບ​ເຂົ້າ​ຫາ​ມອນ​​ສ​ເຕິຣ໌​ຝູງ​ດັ່ງກ່າວ ຂ້ອຍ​ເອົາ​ດາບ​ຟາດ​ສຸດ​ແຮງ ຟາດ​ຟັນ​ແລ້ວ​ຟັນ​ອີກ​ຈົນ​ເຫລືອ​ຕົວ​ສຸດ​ທ້າຍ.. ອະ​ຮ່າ.. ເສັດ​ເຮົາ ຂ້ອຍ​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ສຸດ​ແລ້ວ​​​ໂດດ​ເອົາ​ດາບ​ສຽບ​ລົງ​ໄປ​ທີ່​ຫົວ​ຂອງ​ມັນ.. ເລືອດ​ສີດຳ​ສາດ​ສີດ​ໄປ​ເທົ່າ​ບໍລິເວນ​ປ່າ.. ແລະ​ເປັນ​ຂ້ອຍ​ທີ່​ຈົບ​ຊີວິດ​ມັນ.. ຮະ​ຮະ.. ບໍ່​ພໍ​ເທົ່າໃດ​ມັນ​ກໍ​ຟືນ​ຄືນ​ຊີບ​ຂື້ນ​ມາ.. ເຮີ້ຍ !! ໂຄດ​ເຫ້ຍ​ເລີຍ​ອະ ຟືນ​ຂື້ນ​ມາ​ໄດ້​ຈັ່ງ​ໃດ.. ດາບໆ ! ດາບ​ຂ້ອຍ​ເປື່ອຍ​ຫລອມ​ເຫລວ​ໄປ​ກັບ​ອາກາດ.. ເວນ​ເອີ້ຍ.. ຢ່າ​​າາາາາາາາາາາາາາ.. ຕົ້ນ !! ຕື່ນ​ໄປ​ໂຮງຮຽນ​ໄດ້​ແລ້ວ ມັນ​ສວາຍ​ລະ​ໄດ໋​ນິ.

7 Comments

  1. HannahMontanaFan said,

    October 17, 2009 at 6:15 pm

    No offense! this story is not interesting enough and too common (from my opinion ) I’ve read a lot about such a story, so this story look like some story i’ve ever read

    for the beginner , it’s very good esp if u have a drawing it must b better but u have to create a really different or weird animal , it’s gonna b fun!! :D

    Take care

  2. nee said,

    October 11, 2009 at 10:03 pm

    ເກັ່ງງງງງ

  3. TSenthavy said,

    October 11, 2009 at 7:41 pm

    ຄັກໆໆ ຕົກລົງຫວາຕົ້ນຫັ້ນຝັນ

  4. touktik said,

    October 11, 2009 at 7:34 pm

    ^__________________^

  5. touktik said,

    October 11, 2009 at 7:32 pm

    ^^

  6. said,

    October 11, 2009 at 7:28 pm

    ມື້ໜ້າແຕ້ມປາກອບແດ່ແມະນິກ ເຮັດໃຫ້ໜ້າສົນໃຈຫຼາຍຂຶ້ນ ^^b

    • PhoeniXTeN said,

      October 11, 2009 at 9:39 pm

      ຫນ້າຈະແຕ້ມເປັນວັກໆເນາະ kk ຈະລອງໂຊສິລປ໌(so art) ລອງເບິ່ງ ;)


Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Connecting to %s

Follow

Get every new post delivered to your Inbox.