+++ ຫົກບາບ +++

..ມີ​ນັກ​ສຶກສາກຸ່ມຫນຶ່ງທີ່​ຮຽນຢູ່​ຫ້ອງ​ດຽວກັນ ຂອງ​ພາກ​ວິຊາ​ຫນຶ່ງ​ໃນ ມຊ ທັງ​ຫມົດ​ມີ​ດ້ວຍ​ກັນ 7 ຄົນ.. ຄື ປັ້ອງ ອົ້ນ ກອນ ມົນ ສັນ ຕິກ ​ແລະ ຫົງ (ມົນ ​ແລະ ຕິກ​​ເປັນ​ຜູ້ຍິງ)..

ມື້ຫນຶ່ງ​ທັງ 7 ຄົນ​ໄດ້​ໄປ​ຖ່າຍຮູບ​ນຳ​ກັນ​ທີ່​ຫນ້າ​ສະ​ໂມ​ສອນ​ໃຫຍ່​ໃນ ມຊ ​ແຕ່​ໃນ​ຮູບ​ນັ້ນມີ​ພຽງ 6 ຄົນ​ເນຶ່ອງ​ຈາກ​ວ່າ​ຫົງ ​ເປັນ​ຄົນ​ລັ່ນ​ຊັຕເຕິຣ໌ຖ່າຍ​ພາບ ​ເລີຍ​ເຮັດ​ໃຫ້​ຫົງ​ບໍ່​ມີຫນ້າ​ໃນ​ຮູບ​ໃບ​ນັ້ນ..

ພາຍຫລັງ​ທີ່​ຫົງ​ເອົາ​ຮູບ​ນັນ​ໄປ​ລ້າງ​ມາ​ໃຫ້​ຫມູ່​ໃນ​ຫ້ອງ​ໄດ້​ເບິ່ງ​ກັນ ຫົງ​ໄດ້​ສັງ​ເກດ​ເຫັນ​ບາງ​ຢ່າງ​ໃນ​ພາບ ມັນ​ມີ​ລັກສະນະ​ຄ້າຍ​ເງົາ​ຄົນ ຫາກ​ແຕ່​ວ່າ​ມັນ​ເປັນ​ສີຂາວ ​ແລະ ກໍ່​ລອຍ​ຢູ່​ໃນ​ອາ​ກາດ.. ທັງ​ຫມົດ​ໄດ້​ໂອ້​ລົມ​ກັນ ຫລັງ​ຈາກ​ທີ່​ໄດ້​ເຫັນ​ພາບ​ອັນ​ຫນ້າ​ປະຫລາດ​ໃຈ​ໃບ​ນັ້ນ..

ເນື່ອງ​ຈາກ​ວ່າ​ໄລຍະ​ນັ້ນ​ເປັນ​ຊ່ວງ​ທີ່​​ໃກ້​ຈະ​ເສັງ​ປິ​ດພາກຮຽນ.. ປັ້ອງ​ເລີຍ​ຈົ່ມ​ພາງໆ​ກັບ​ຫມູ່​ວ່າ :

“​​ເຮັດ​ຈັ່ງ​ໃດ​ຊິ​ເສັງ​ໄດ້​ວະ ? ”

… ​ແລະ​ທັນ​ໃດ​ນັ້ນ ຕິກ​ກໍ່​ສະ​ເຫ​ນີຂຶ້ນວ່າ :

“​ເປັນ​ຫຍັງ​ເຮົາ​ບໍ່​ລອງ​ຫລິ້ນຜີ​ຈອກ​ແກ້ວ​ເບິ່ງ ບາງທີ​ເຮົາ​ອາດ​ຈະ​ຂໍ​ຮູ້​ຂໍ້​ສອບ​ໄດ້”

ດ້ວຍ​ຄວາມ​ທີ່​ບໍ່​ຢາກ​ເບິ່ງ​ບົດຮຽນ ປັ້ອງຈຶ່ງ​ໄດ້ຊັກ​ຊວນ​ຫມູ່​ອີກ 5 ຄົນ​ໄປ​ຫລິ້ນຜີ​ຈອກ​ແກ້ວ​ນຳ​ກັນ ​ແຕ່​ວ່າ​ມີ​ຄົນ​ຫນຶ່ງ​ທີ່​ປະຕິ​ເສດ​ການ​ໄປ​ຫລິ້ນຜີ​ຈອກ​ແກ້ວ​ໃນ​ຄັ້ງນີ້ ນັ້ນກໍ່​ຄື​ຫົງ ​ເພາະ​ຕອນ​ທີ່​ຫົງ​ນັ່ງ​ເບິ່ງ​ພາບຕາມ​ລຳພັງ ພາບ​ນັ້ນປະກອບ​ດ້ວຍ ສັນ ມົນ ກອນ ອົ້ນ ປັ້ອງ ​ແລະ​ກໍ່ ຕິກ ​ ຢືນ​ຮຽງກັນ​ຕາມ​ລຳດັບ.. ຫົງ​ເຫັນ​ບາງ​ຢ່າງ​ຜິດ​ປົກກະຕິຄື  ຫົງ​ໄດ້​ແນມ​ເຫັນ​ຕິກ​ເຮັດ​ຫນ້າ​ບູດ ທັ້ງໆທີ່​ຕອນ​ຖ່າຍຮູບ​ນັ້ນຕິກ​ເອງ​ກໍ່​ໄດ້​ຍິ້ມ​ເຫມືອນ​ກັບ​ເພື່ອນ​ຄົນ​ອື່ນ.. !?!? ​ແຕ່​ພໍ​ເອົາ​ມື​ສີ​ຕາ​ແລ້ວ​ເບິ່ງ​ອີກ​ຄັ້ງຫນຶ່ງ ຫົງ​ຈຶ່ງຮູ້​ວ່າ​ຕົນ​ເອງ​ຕາຝາດ​ໄປ​ເອງ..

ແຕ່​ນັ້ນມັນ​ກໍ່​ພຽງພໍ​ທີ່​ຈະ​ເຮັດ​ໃຫ້​ຫົງ​ປະຕິ​ເສດ​ການ​ໄປ​ຫລິ້ນຜີ​ຈອກ​ແກ້ວ​ນຳ​ຫມູ່.. ຫລັງ​ຈາກ​ທີ່​ໄດ້​ນັດ​ກັນ​ເປັນ​ທີ່​ຄັກ​ແນ່​ແລ້ວ ທັງ​ຫົກ​ກໍ່​ໄດ້​ມາ​ພົບ​ກັນ​ທີ່​ສະ​ໂມ​ສອນ​ໃຫຍ່ ​ເປັນ​ເວລາ​ປະມານ 6 ​ໂມງ​ແລງ ​ແລະ ນັ້ນມັນ​ກໍ່​ມືດ​ພໍ​ສຳ​ຫລັບ​ຄວາມ​ຕ້ອງການ​ຢາກ​ຈະ​ຢັ່ງ​ຮູ້​ຂໍ້​ສອບ​ລ່ວງ​ຫນ້າ​ໂດຍ​ການ​ເພິ່ງ​ພາ​ອາ​ໄສ ​ໄສຍາ​ສາດ..

ທັງ​ຫົກ​ຕັດສິນ​ໃຈ​ເລືອກ​​ເດີ່ນ​ກາງ​ສະ​ໂມ​ສອນ​ເປັນ​ບ່ອນ​ນັ່ງ​ຫລິ້ນຜີ​ຈອກ​ແກ້ວ​ໃນ​ມື້ນັ້ນ.. ພາຍຫລັງ​ທີ່​ທັງ​ຫມົດ​ໄດ້​ເຮັດ​ພິທີ​​ເອີ້ນ​ຜີ​ເຂົ້າຈອກ​ແກ້ວ​ແລ້ວ ທຸກ​ຄົນ​ກໍ່ຕື່ນ​ເຕັ້ນທີ່​ເຫັນ​ຈອກ​ເລື່ອນ​ໄປ​ມາ​ຕາມ​ແຜ່ນ​ເຈ້ຍ… ​ແລ້ວ​ປັ້ອງກໍ່​ເປັນ​ຄົນ​ທຳ​ອິດ​ທີ່​ຖາມ​ຂຶ້ນ​ວ່າ “ ຂໍ້​ສອບ​ຈະ​ອອກ​ທັງ​ຫົດ​ຈັກ​ຂໍ້..  ? ” ​ແລະ ຈອກ​ກໍ່​ເລື່ອນ​ໄປ​ທີ່​ເລກ 6… ປັ້ອງອຸທານ​ຂຶ້ນວ່າ :

“ ປ່າ ! ຈັ່ງ​ໃດ​ຊິ​ໄດ້ວະ ”

ຄົນ​ຕໍ່​ໄປ​ທີ່ຖາມ​ແມ່ນອົ້ນ… ອົ້ນຖາມວ່າ “ ຂໍ​ສອບ​ມັນ​ຈະ​ອອກ​ເປັນ​ອັດຕາ​​ໄນ ຫລື ປາລະ​ໄນ.. ” ຈອກ​ໄດ້​ເລື່ອນ​ໄປ​ທີ່.. “ ບ.. າ.. ບ..”

ທັງ​ຫມົດ​ເຮັດ​ຫນ້າ​ງົງ ​ແລ້ວ​ສັນ​ກໍ່​ເວົ້າຂື້ນ​ວ່າ :

“ບໍ່​ເຂົ້າ​ໃຈ”

ຈາກ​ນັ້ນຈອກ​ກໍ່​ໄດ້​ເລື່ອນ​ຕໍ່​ໄປ​ອີກ​ວ່າ…. “ຈ… ະ…  ​ຕ…  ້…ອ…..ງ” ​ແລະ ຈອກ​ກໍ່​ຢຸດ​ເລື່ອນ​ພ້ອມໆກັບ​ໃບ​ຫນ້າ​ອັນ​ມຶນ​ງົງ​ຂອງ​ທັງ​ຫົກ​ຄົນ… ບໍ່ພໍ​ເທົ່າ​ໃດ ຈອກ​ກໍ່​ເລື່ອນ​ຕໍ່​ໄປ​ອີກ​ວ່າ…

“ຕ…… າ……..ຍ” !!!

ທັງ​ຫມົດ​ຕົກ​ໃຈ.. ມື​ຫລຸດ​ອອກ​ຈາກ​ຈອກ​ແລ້ວ​ກໍ່​ສະດຸ້ງ​ຖອຍຫລັງ.. ​ສະຖານະ​ການ​ຝືດ​ເຄືອງ ມິດ​ງຽບ​ກັນທັງຕຶກ.. ​​​ແລະ​ເປັນ​ຕິກ​ທີ່​ເວົ້າຂື້ນ​ວ່າ.. :

“​ເຮົາ​ຢຸດ​ພັກ​ກ່ອນ​ປະ ​ແລ້ວ​ຄ່ອຍ​ມາ​ຫລິ້ນຕໍ່..”

.. ມົນ​ຕອບ​ກັບ​​ວ່າ..

“ຫັ່ນ​ແຫລະ !! ” ​ດ້ວຍ​ໃບ​ຫນ້າອັນ​ຊີດ​ເຜືອກ “​ເຂົາ​ລະ​ໃຈຄໍ​ບໍ່​ດີ​ປານ​ໃດ..”

“ກັບ​ໄປ໋.. ” ກອນ​ເວົ້າຂື້ນ​ດ້ວຍ​ຄວາມ​ທີ່​ບໍ່​ຕ້ອງການ​ຢູ່​ໃນ​ນັ້ນ​ເປັນ​ເວລາ​ດົນ..

“ບໍ່​ຟ້າວ​ດຸ..” ປັ້ອງຕອບ​ກັບ​ຢ່າງ​ໄວ​ວາ “ພວກ​ເຮົາ​ບໍ່​ທັນ​ໄດ້​ຂໍ້​ສອບ​ຊ້ຳ”

“ພັກ​ກ່ອນຊະ..” ອົ້ນ​ເວົ້າຂື້ນດ້ວຍ​ສຽງອັນ​ຫມົດ​ພະລັງ.. “ປະ​ເຈ້ຍ​ໄວ້​ນິ​ແຫລະ ​ແລ້ວ​ຄ່ອຍ​ມາ​ຫລິ້ນຕໍ່..”

ຫລັງ​ຈາກ​ນັ້ນ​ແຕ່ລະຄົນ​ກໍ່​ລຸກ​ຂື້ນ​ແລ້ວ​ຍ່າງ​ໄປ​ນັ່ງ​ພັກ..  ປັ້ອງອາ​ໄສ​ຄວາມ​ທີ່​ຕົນ​ເອງ​ເປັນ​ຄົນ​ເວົ້າຫລາຍ ສາ​ທະ​ຍາຍ​ເລື່ອງ​ລາວ​ຕ່າງໆ​ໃຫ້​ຫມູ່​ຟັງ ຕາງ​ຂ້າ​ຄວາມ​ງຽບ​ໄປ​ໃນ​ຕົວ.. ​ເພາະ​ເວລາ​ນັ້ນບໍ່​ມີ​ໃຜ​ເລີຍ​ໃນ​ຕຶກ​ສະ​ໂມ​ສອນ​ໃຫຍ່.. ມີ​ພຽງ​ແຕ່​ກຸ່ມ​ພວກ​ເຂົາ​​ເຈົ້າເອງ..

“ສູ​ວ່າ​ເຮົາ​ກະຊິ​ໄດ້​ຂໍ​ສອບ​ຢູ່​ຫວະ..” ປ້ອງຖາມ​ຫມູ່ດ້ວຍ​ຄວາມ​ຫວັງ..

“ກູເລີ່​ມບໍ່​ແນ່​ໃຈ​ລະ.. ກູຫາ​ກະ​ເຄີຍ​ຫລິ້ນ​ເປັນ​ເທື່ອ​ທຳ​ອິດ​ນິ..” ກອນ​ຕອບ

“ຫວັງ​ວ່າ​ຄົງ​ບໍ່​ມີ​ໃຜ​ຍູ້​ຈອກ​ໄປ​ເອງ​ຕິ ກີ້​ນິ..” ອົ້ນ​ຖາມ​ດ້ວຍ​ຄວາມ​ບໍ່​ໄວ້​ວາງ​ໃຈ​ສະຖານະ​ການ..

“ນັ້ນລະ.. ກູ​ກະ​ສົງ​​​ໃສ​ຄື​ກັນ.. ມີ​ໃຜ​ຫລິ້ນຕະຫລົກ​ຫວະ.. ກຸ​ບໍ່ຂຳ​ນຳ​ເດີ້..” ສັນ​ເວົ້າດ້ວຍ​ນ້ຳສຽງອັນ​ສັ່ງ​ໄຫວ..

“ບໍ່​ມີ​ໃຜ​ເຮັດ​ດອກ.. ​ເຂົາ​ວ່ານະ” ມົນ​ຕອບ..

“​​ເຂົາ​ຄິດ​ຄື​ມົນ..” ຕິກ​ເວົ້າຂື້ນ “​ເຮົາ​ຕັ້ງ​ໃຈ​ມາ​ຫລິ້ນປານ​ນີ້​ລະ.. ຄັນ​ມາ​ຕົ່ວະ​ກັນ​ເອງ​ກະ​ບໍ່​ເປັນ​ຕີ້ ”

“​ແລ້ວ​ມັນ​ແມ່ນ​ຫຍັງ​ຄຳ​ວ່າ​ບາບຕ້ອງຕາ​ຍຫັ່ນ..” ສັນ​ຍັງ​ງົງ​ບໍ່​ເລີກ..

“ອ່າວ… ມາ​ນຳ​ກັນ ລະຊິ​ມີ​ໃຜ​ຮູ້” ກອນ​ຕອບ​ແບບ​ກວນ​ບາ​ທາ..

“ມັນ​ຄ່ຳ​ລະ​ໄດ໋ນິ..” ອົ້ນຈົ່ມ​ພຶມພຳ.. “ຕັ້ງວ່າ 8 ​ໂມງ​ຍັງ​ລະ”

“ຫັ່ນ​ແຫ​ລະ ມົວ​ແຕ່​ພາກັນ​ລົມ​ກັນ​ນະ ບໍ່​ລົງມືຫລິ້ນຈັກ​ເທື່ອ..” ກອນ​ຕອບ​ກັບ “​ແຖມ​ຫລິ້ນ​ໄປ​ໄດ້​ຫນ້ອຍ​ດຽວກະ​ຕ້ອງ​ໄດ້​ພັກ​ກ່ອນ​ອີກ ​ແລ້ວ​ຕົກລົງ​ວ່າ​ຊິ​ແລ້ວ​ຈັກ​ໂມງ​ນິ ??”

“ຈົນ​ກວ່າ​ຈະ​ໄດ້​ຮູ້​ຫົວ​ບົດ​ເສັງ” ປັ້ອງຢືນຢັນ​ຈຸດປະສົງ..

ມົນ​ບອກ​ຫມູ່​ວ່າ​ຢາກ​ຈະ​ໄປ​ຫ້ອງ​ນ້ຳ.. ​ເລີຍ​ຊວນ​ຕິກ​ໄປ​ເປັນ​ເພື່ອນ..

ທັງ 4 ​ໂອ້​ລົມ​ກັນຕໍ່​ຕາມ​ພາສາ​ຜູ້​ຊາຍ.. ດ້ວຍ​ຄວາມ​ທີ່​ສັນ​ກະ​ຫາຍ​ນ້ຳ​ແຮງ ​ເລີຍ​ຂໍ​ຕົວ​ອອກ​ໄປ​ດື່ມ​ນ້ຳ​ຢູ່​ດ້ານ​ນອກ..

“ອອກໄປນອກແປັບຫນຶ່ງເດິ..” ສັນເວົ້າກ່ອນທີ່ຈະຍ່າງອອກໄປພຽງຄົນດຽວ..

ພໍແຕ່ຍ່າງອອກມາ ສັນກໍ່​ໄດ້​ຍິນ​ສຽງກັ໊ອກ​ແກັ໊ກຢູ່​ແຈມຸມຂ້າງ​ຝາ ​ເລີຍ​ຢ່າງ​ໄປ​ເບິ່ງ ​ແລະແລ້ວ​ກໍ່​ເກີດ​ເລື່ອງ​ບໍ່ຄາດຄິດຂຶ້ນ ​ເມື່ອ​ສັນ​ເຮັດ​ຫນ້າ​ຕາ​ຕື່ນ​​ຕົກ​ໃຈ​ເນື່ອງຈາກ​ເຫັນ​ບາງ​ຢ່າງ​ກຳລັງ​ເຄື່ອນຕົວເຂົ້າ​ມາ​ໃກ້​.. ວິນາທີຕໍ່ມາສັນ​ກໍ່​ນອນຕາຍ​ຈົມ​ກອງ​ເລືອດທີ່ໄຫລອອກຈາກຫົວ ພ້ອມ​ກັບ​ຮອຍ​ຈີກ​ຂອງຫລອດລົມ..

ສັນ​ເປັນ​ຄົນ​ທຳອິດທີ່​ສັງ​ເວີຍ​ຊີວິດ​ໃນ​ຄືນນັ້ນ ທ່​າມກາງຄວາມ​​ເຢັນ​ຂອງ​ອາກາດ​ອ້ອມ​ຮອບ​ຕຶກ..

“ ສຸຣາເມຣັຍມັດຊະປະມາຖະຖານາເວລະມະນີ​ສີ​ຂາ​ປະ​ທັງ​ສັມມາ​ທິຍາມິ ”

ຫລັງ​ຈາກ​ທີ່​ມົນບອກ​ໃຫ້​ຕິກ​ຖ້າ​ຢູ່​ດ້ານ​ນອກ.. ຕໍ່​ມາ​ມົນ​ເອງ​ກໍ່​ເປັນ​ອີກ​ຄົນ​ທີ່​ຕ້ອງ​ຈົບ​ຊີວິດ​ລົງ.. ມົນ​ນັ່ງ​ຕາຍ​ເລືອດ​ນອງ​ເຕັມ​ຕົນ​ຕົວ​ເທິງ​ຊັກ​​ໂຄກ​ໃນ​ຫ້ອງ​ນ້ຳ​ຊັ້ນ​ເທິງ ​ແລະ ປາກກໍ່​ມີ​ຮອຍ​ຈີກ​ຂາດ ​​ເລືອດນອງ​​ເກື່ອນ​ເຕັມ​ພື້ນ​ຫ້ອງ​ນ້ຳ….

ຄົນຕໍ່​ມາ​ກະ​ຄືມົນ​ທີ່​ຕ້ອງ​ຈາກ​ໄປ.. ​ໃນ​ຫ້ອງ​ນ້ຳ​ອັນ​ເຕັມ​ໄປ​ດ້ວຍ​ກິ່ນ​ຄາວ​ຂອງນ້ຳ​ເລືອດ..

“ມຸສາ​ວາ​ທາ​ນາ​ເວລະ​ມະນີ​ສີ​ຂາ​ປະ​ທັງ​ສັມມາ​ທິຍາມິ”

ກອນ​ເຫັນ​ວ່າ​ສັນ​ອອກ​ໄປ​ເຕີບ​ເລີຍ​ເອີ່​ຍອອກ​ມາ​ວ່າ..

“ດຽວອອກ​ໄປ​ຕາມ​ສັນ​ກ່ອນ​ເດີ້”​​ແລ້ວກໍ່ຍ່າງ​ອອກ​ໄປ​..

“ກັບ​ມາ​ໄວໆ​ເດີ້.. ” ອົ້ນຮ້ອງ​ຕອບ..

“ຄົນ​​ແຮ່ງ​ຫນ້ອຍ​ແຮ່ງ​ພາກັນ​ແຍກ​ກັນ​ຢູ​ເນາະ” ປັ້ອງລຳ​ພຶງ​ກັບ​ອົ້ນພຽງສອງ​ຄົນ..

ພໍ​ແຕ່​ຍ່າງ​ໄປ​ຫວິດ​ປະຕູກອນ​ກໍ່​ເຫັນ​ຮອຍ​ເລືອດ​ເປືອ​ນ​ຕາມ​ທາງຍ່າງ.. ​ເລີຍ​ນຳ​ຮອຍ​ເລືອດ​ນັ້ນ​ໄປ.. ພໍ​ໄປຈົນ​ສຸດ​ທາງ​ເລຶອດ ກອນ​ກໍ່​ໄດ້​ພົບ​ກັບ​ບາງ​ຢ່າງ​ເຂົ້າ ​ແລະ​ແລ້ວ​ກອນ​ກໍ່​ຖືກ​ບາງ​ສິ່ງ​ກະ​ແທກ​ໄປ​ທີ່​ຫນ້າຜາກ ​ແລະ ກໍ່​ນອນ​ຕາຍ​ດ້ວຍ​ຮອຍ​ຈີກ​ທີ່​ຫນ້າ​ເອິກ..​ ເລືອດ​ເອິ່ຖ້ວມ​​​ເຕັມເດີ່ນດ້ານ​ນອກ..

“ກາເມສຸມິສາຈາຣາ​ເວລະ​ມະນີ​ສີ​ຂາ​ປະ​ທັງ​ສັມມາ​ທິຍາມິ”

ປັ້ອງກໍ່​ເຫັນ​ວ່າ​ຕິກ​ກັບ​ມົນ​ໄປ​ຫ້ອງ​ນ້ຳ​ດົນ​ເກີນ​ໄປ​ເລີຍ​ຄິດ​ຍາກ​ຊວນ​ອົ້ນຍ່າງ​ຂື້ນ​ໄປ​ເບິ່ງ.. ​ແຕ່​ອົ້ນຂໍຮ້ອງ​​ກັບ​ປັ້​ອງວ່າ :

“ຖ້າ​ຢູ່​ນິ​ແຫລະ ດຽວ​ເຂົາ​ເຈົ້າກະ​ກັບ​ມາ”

ປັ້ອງຢຸດ​ຄິດສຽວຫນຶ່ງ ​ແລ້ວຕອບ​ກັບ​ວ່າ“ອື​ມ.. ກະ​ໄດ້”

ແຕ່​​ໃນໃຈ​ປັ້ອງຍັງ​ຄ້າງໆຄາໆ.. ​ເລີຍ​ລັກ​ຂຶ້ນ​ໄປ​ຕາມ​ຕິກ​ກັບ​ມົນ​ຕອນ​ທີ່​ອົ້ນ​ກຳລັງ​ລົມ​ໂທລະສັບ​ກັບ​ຢູ່.. ພໍ​ແຕ່​ອົ້ນ​ແນມ​ກັບ​ມາ​..

“ອ່າວ.. ບັກ​ປັ້ອງ​ໄປ​ໃສ​ລະ” ອົ້ນຖາມ​ຕົວ​ເອງ “ກີ້​ນິ​ເຂົາ​ເຈົ້າກະ​ໂທ​ຜິດ​ອີກ​ຕ່າງຫາກ..”

ອົ້ນ​ແນມ​ຊ້າຍ​ແນມ​ຂວາ.. ​ແລະ​ກຳລັງ​ຈະ​ຂື້ນ​ໄປ​ຕາມ​ຕິກ​ກັບ​ມົນ​ນຳ​ປັ້ອງ.. ທັນ​ໃດ​ນັ້ນ​ອົ້ນ​ກໍ່​ໄດ້ຫລຽວເຫັນ​​ຜ້າກັ້ງ​ເທິງ​ເວທີ​ເຫນັງ​ຕີງ​ໄປມາ.. ດ້ວຍ​ຄວາມ​ຂີ້​ສົງ​ໃສ ອົ້ນ​ເລີຍຍ່າງ​ເຂົ້າ​ໄປ​ເບິ່ງ.. ​ແຕ່​ແລ້ວ​ອົ້ນກໍ່ສິ້ນລົມ​ຫາຍ​ໃຈລົງພ້ອມ​ໆກັບ​ຮອຍ​ມີດຢູ່​ທີ່​ຂໍ້ມື​ທັງ​ສອງ​​ຂ້າງ…

“ອະທິນນາທານາ​ເວລະມະນີ​ສີ​ຂາ​ປະ​ທັງ​ສັມມາ​ທິຍາມິ”

.. ​ໃນ​ຂະນະ​ທີ່​ປັ້ອງຍ່າງ​ຂຶ້ນຂັ້ນ​ໄດ​​​ໄປ​ຊັ້ນ​ເທິງ​ນັ້ນ ປັ້ອງ​ໄດ້​ຫລຽວ​ເຫັນ​ເງົາ​ຄົນ​ຍ່າງ​ກາຍ​ປ່ອງຢ້ຽມ​.. ປັ້ອງຄິດວ່າ​ນັ້ນຄົງຈະ​ແມ່ນຕິກ​ຫລື​ບໍ່​ກໍ່​ຄົງ​ຈະ​ແມ່ນ​ມົນເລີຍ​ຍ່າງ​ໄປ​ເບິ່ງທີ່​ລະບຽງຂອງ​ສະ​ໂມ​ສອນຊັ້ນ​ເທິງ.. ​ແລະ ທ້າຍ​ທີ່​ສຸດ​ປັ້ອງກໍ່​ຕົກລົງ​ມາ​ຕາຍ.. ຢູ່​ຂ້າງ​ນອກດ້ານ​ຫນ້າ​ຂອງ​ສະ​ໂມ​ສອນ​ດັ່ງ​ກ່າວ…

“ປານາຕິປາຕາເວລະມະນີ​ສີ​ຂາ​ປະ​ທັງ​ສັມມາ​ທິຍາມິ”

ແລະ​ຄວາມ​ຈິງ​ສຸດ​ທ້າຍ…..

ຫລັງ​ຈາກ​ນັ້ນຫົງ​ກໍ່​ຍ່າງ​ອອກ​ມາ​ພົບ​ກັບ​ຕິກ !!!! ​ຢູ່​ກາງ​ເດີ່ນ​ນອກ​ສະ​ໂມ​ສອນ​ໃຫຍ່ ທັງ​ສອງ​ຢືນ​ປີ່​ນຫນ້າ​ເຂົ້າຫາ​ກັນ ​ແລ້ວ​ກໍ່​ຍີ້ມດ້ວຍ​ຄວາມ​ສະ​ໃຈ ​ແຕ່​ເລື່ອງ​ມັນ​​ກໍ່​ບໍ່ຈົບ​ເມື່ອ​ຕິກ​ຍູ້​ຫົງ​ຖອຍຫລັງ​ໄປ​ໃສ່​ລົດ​ໃຫຍ່​ທີ່​ກຳລັງ​​ແລ່ນ​ເຂົ້າມາ​ໃສ່.. ຫົງ​ນອນຕາຍ​ຈົມ​ກອງ​ເລືອດ ​ເຫມືອນ​ກັບ​ເພື່ອນໆ.. ເປັນເວລາທ່ຽງຄືນພໍດີ..

Unseen scenes.. (ມະ​ໂນ​ພາບ​ເປັນ​ຂາວ​ດຳ.. ຈະ​ໄດ້​ຟິວສຸດ​ຍອດ..)

ເບື້ອງ​ຫລັງ​ສຽງກັ໊ອກ​ແກັ໊ກຢູ່​ມຸມ​ຕຶກທີ່​ສັນ​ໄດ້​ຍິນ, ຮອຍ​ເລືອດ​ທີ່​ກອນ​ເຫັນ, ບຸກຄົນ​ທີ່​ໂທ​ຜິດ​, ຜ້າກັ້ງ​ເທິງ​ເວ​ທີເຫນັງທີ່​ອົ້ນ​ເຫັນ ລວມທັງ​​ເງົາ​ທີ່​ຍ່າງ​ກາຍ​ປ່ອງຢ້ຽມ ລ້ວນ​ແຕ່​ເປັນ​ຜີ​ມື​ຂອງ​ “ຫົງ​” ທັ້ງນັ້ນ !!! ທີ່​ໄດ້​ຮ່ວມ​ມື​ກັບ​ “ຕິກ” ຄາດ​ຕະກຳ​ເພື່ອນ​ທັງ 5 ຄົນ..

ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ຕິກ​ຂ້າ​ເພື່ອນ​ທັງ 5 ກໍ່​ຍ້ອນ​ວ່າ.. ຕິກ​ມີ​ອາການ​ຜິດ​ປົກກະຕິ​ທາງ​ສະຫມອງ.. ບວກ​ກັບ ​ໃນ​​ເວລາ​ທີ່​ປັ້ອງ​ໄປ​ຫລິ້ນ​ເຮືອນ​ຕິກ ປັ້ອງມັກ​ຈະ​ທໍ​ລະ​ມານ​ຫມາ​ທີ່​ຕິກ​ລ້ຽງ​ໄວ້ ​ເຮັດ​ໃຫ້​ຕິກ​ບໍ່ພໍ​ໃຈ​ແລະ​ກໍ່​ເກັບ​ກົດ​ຄວາມ​ຮູ້ສຶກ​ນັ້ນມາ​ຕະຫລອດ.. ພໍໆກັນ​ກັບ​ທີ່​ອົ້ນມັກ​ມາ​ຂະ​ໂມ​ຍຂອງໆຕິກ ​ໂດຍ​ທີ່​ອົ້ນບໍ່​ຮູ້​ຕົວ​ເລີຍ​ວ່າຄັ້ງຫນຶ່ງ​ທີ່​ຕົນ​ເອງ​ກຳລັງຂະ​​ໂມ​ຍຢູ່ນັ້ນ ຕິກ​ໄດ້​ຈອບ​ເຫັນ​ພຶດ​ຕິກຳ​ດັ່ງກ່າວ ​ແລະ ​ເຮັດ​ໃຫ້​ຮູ້​ໄດ້​ຢ່າງ​ຊັດ​ເຈນ​ເລີຍ​ວ່າ ຂອງ​ທີ່​ເສຍ​ໄປ​ໃນ​ແຕ່ລະຄັ້ງນັ້ນ​ແມ່ນ​ຜີ​ມື​ຂອງ​ອົ້ນ..

ສຳ​ຫລັບ​ສັນ ນ້ຳ​ທີ່​ດື່ມ​ແຕ່ລະຄັ້ງລວມ​ເຖິງ​ຕອນ​ທີ່​ອອກ​ໄປ​ດື່ມ​ກ່ອນ​ທີ່​ຈະ​ຕາຍ​ນັ້ນ​ແທ້​ຈິງ​ແລ້ວມັນ​ແມ່ນ​ນ້ຳ​ເຫລົ້າທີ່​ຖືກ​ປະສົມ​ໂຊດາ.. ​ແລະ ທຸກ​ຄັ້ງທີ່​ຄວບ​ຄຸມ​ສະຕິ​ຕົວ​ເອງ​ບໍ່​ໄດ້​ສັນ​ກໍ່​ມັກ​ຈະ​​ໂວຍວາຍ​ແລະ​ທຳຮ້າຍ​ຕິກ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ.. ​ເຮັດ​ໃຫ້​ຕິກ​ເກັບ​ໄປ​ເປັນຄວາມ​ແຄ້ນ​ສ່ວນ​ຕົວ..

ມົນ​ກໍ່​ເປັນ​ອີກ​ຄົນ​ຫນຶ່ງ​ທີ່​ຕິກ​ບໍ່ພໍ​ໃຈ ​ເນື່ອງ​ຈາກ​ວ່າ​ມົນ​ມັກ​ຕົວະ​ເອົາ​ເງິນ​ຕິກ​ເກີນ​ຄວາມ​ເປັນ​ຈິງ.. ຈາກ​ການ​ເກັບ​ເງິນ​ພິມ​ລາຍ​ງານ​ແຕ່ລະຄັ້ງ.. ຕິກ​ຮູ້​ຄວາມ​ຈິງ​ຈາກ​ຫົງ​ທີ່​ເປັນ​ເພື່ອນ​ສະຫນິດ​ກັນ​ໂດຍ​ທີ່​ບໍ່​ມີ​ໃຜ​ຮູ້​ມາ​ກ່ອນ​ວ່າ​ສອງ​ຄົນ​ນີ້​ສະຫນິດ​ກັນ.. ຫົງ​ບັງ​ເອີນ​ເຫັນ​ມົນ​ເອົາ​ເງິນ​ອອກ​ມາ​ນັບ​ແລ້ວ​ກໍ່​ເວົາອອກ​ມາ​ວ່າ..

“​ໂງ່​ຂະຫນາດ​ມຶ ງ.. ອີ່​ຕິກ..”

ກອນ​ນັ້ນເປັນ​ແຟນກັບ​ຕິກ ​ແລະ ກອນ​ເປັນ​ຄົນ​ສຸດ​ທ້າຍ​ທີ່​ຕິກ​ຊັງ​ທີ່​ສຸດ ​ເມື່ອ​ຕິກ​ຮູ້​ວ່າກອນ​ເປັນ​ຄົນ​ຫລາຍ​ໃຈ ມັກ​ນອກ​ໃຈ​ຕິກ​ໄປ​ຈີບ​ສາວ​ອື່ນ​ຕະຫລອດ​ເວລາທີ່​ມີ​ໂອກາດ ​ໃນ​ນັ້ນລວມມີ​ມົນ​ຢູ່​ນຳ.. ຍິ່ງ​ເປັນ​ການ​ເພີ່ມ​ຄວາມ​ແຄ້ນ​ມົນ​ໃຫ້​ກັບ​ຕິກ​ແບບ​ເທົ່າ​ທະວີຄູນ..

ເຮັດ​ໃຫ້​ຕິກ​ກາຍ​ເປັນ​ຄາດ​ຕະກອນ​ຫົກ​ສົບ​ໄປ​ໃນ​ພຽງມື້​ດຽວ.. ສັນນັ້ນ​ຖືກ​ຫົງ​ເອົາ​ແກ້ວ​ເຫລົ້າຟາດ​ຫົວ ​ແລ້ວ​ຕິກ​ກໍ່​ເອົາ​ມີ​ດປາດ​ຄໍ ມົນ​ຖືກ​ຕິກ​ເອົາ​ມີດ​ແທງ​ປາກ​ກ່ອນ​ທີ່​ຈະລາ​ກຂຶ້ນ​ໄປ​ນັ່ງ​ຢູ່​ເທິງ​ຊັກ​​ໂຄກ.. ກອນ​ຖືກ​ຫົງ​ເອົາ​ໄມ້​ຟາດ​ຫນ້າ​ຜາກ ກ່ອນ​ທີ່​ຕິກ​ຈະ​ເອົາ​ມີດ​ສຽບຜ່າລົງ​ໄປ​ທີ່ຫົວ​ໃຈ.. ອົ້ນຖືກ​ຫົງ​ເອົາ​ເຊືອກ​ຮັດ​ຄໍ​ ຫລັງ​ຈາກ​ນັ້ນຕິກ​ກໍ່​ເອົາ​ມີດ​ປາດ​ແຂນ​ທັງ​ສອງ​ຂ້າງ.. ຄົນ​ສຸດ​ທ້າຍ​ຄື​ປັ້ອງຖືກ​ຕິກ​ຍູ້​ໃຫ້​ຕົກລົງ​ໄປ​ຕາຍ​ຢູ່​ພື້ນ​ຊັ້ນລຸ່ມ..

The enD

Characters

ຫົງ : ​ເປັນ​ຄົນ​ໃຈ​ເຢັນ, ງຽບຂືມ, ມາດ​ເທ້, ທຸ່ນທ່ຽງ, ລັກສະນະ​ເຢັນ​ຊາ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ, ​ເວົ້າຫນ້ອຍ, ຕ່ອຍ​ຫນັກ, ຮັກ ​ສັນ​ໂດດ​ແຕ່​ເປັນ​ຄົນ​ທີ່​ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ​ເປັນ​ຄົນ​ທີ່​ປ່ວຍ​ທາງ​ຈິດ ​ເປັນ​ໂລກ​ຊືມ​ເສົ້າ ມີ​ຄວາມສຸກ​ທີ່​ໄດ້​ເຫັນ​ຄົນ​ອື່ນ​ຕາຍ​ໄປ​ຕໍ່ຫນ້າ​ຕໍ່​ຕາ, ການ​ແຕ່ງ​ຕົວ ​ໃສ່​ແວ່ນ​ມົນບໍ່ມີຂອບ ມັກ​ນຸ່ງ​ເສື້ອ​ເຊີຣ໌ທ​ແຂນ​ຍາວ​ແລ້ວ​ກໍ້​ແຂນ​ເສື້ອ, ​ໂສ້ງຂາ​ຍາວ​ສີດຳ, ​ແວວ​ຕາ​ອຳມະຫິດ..

ຕິກ : ​ເປັນ​ເດັກຮຽນທີ່​ມີ​ນິ​ໄສ​ເກັບ​ກົດ ບໍ່​ມັກ​ຫຍຸ້ງ​ສຸງສິງ​ຫຍັງ​ກັບ​ໃຜ​ພໍ​ເທົ່າ​ໃດ ການ​ແຕ່ງ​ຕົວ​ເຊີ່​ມໆ ​ເຊີຍໆ, ​ໃສ່​ແວ່ນ​ຂອບ​ຫນາ​ສີດຳ, ບໍ່​ມັກ​ຍິ້ມ ​ແຕ່​ຖ້າ​ໄດ້​ຍິ້ມ​ແລ້ວ​ມັກ​ຈະ​ມີ​ແຜນການ​ເຊື່ອງ​ຊ້ອນ​ສະ​ເຫມີ, ມີ​ບັນຫາ​ທາງ​ຈິດ, ຈິດ​ໃຈຮ້ອນ​ຮົນ ​ແຕ່​ບໍ່​ກ້າ​ສະ​ແດງ​ອອກ, ​ແວວ​ຕາ​​ໂຫຍ​ຫາ​ແຕ່​ຄວາມ​ອົບ​ອຸ່ນ​ແລະ​ກະຫາຍ​ໃນ​ຄະ​ແນນ.

ປັ້ອງ : ​ເປັນ​ຄົນ​ທີ່​ຊີ້​ຄ້ານ, ມັກ​ໃນ​ຄວາມ​ງ່າຍດາຍ, ມີ​ນິ​ໄສ​ກ້າ​ສະ​ແດງ​ອອກ ການ​ແຕ່​ງຕົວ​ຫລູຫລາ, ​ເປັນ​ລູກ​ເສດຖີ ​ເລີຍ​ຖືກ​ຕາມ​ໃຈ​ຈົນ​ເສຍ​ຄົນ ​ເຮັດ​ໃຫ້​ກາຍ​ເປັນ​ຄົນ​ທີ່​ມີ​ຈິດ​ໃຈ​ອຳມະຫິດ ມັກ​ຂ້າ​ມັກ​ທໍລະມານ​ສັດ​ເປັນ​ວ່າ​ຫລິ້ນ, ​ແວວ​ຕາ​ເຈົ້າ​ເລ່ ຈັບ​ຈ້ອງ​ຈະ​ເອົາ​ປຽບຄົນ​ອື່ນ​ຕະຫລອດ​ເວລາ.

ອົ້ນ : ​ເປັນ​ຄົນ​ສົດ​ໃສ, ​ແນມ​ໂລກ​ໃນ​ແງ່​ດີ​ຕະຫລອດ, ວັອກ​ແວັກ, ຕະຫລົກ​ເຮ​ຮາ ​ແຕ່​ຖານະ​ຍາກ​ຈົນ ​ເລີຍ​ຕິດ​ນິ​ໄສ​ມັກ​ລັກ​ມັກຂະ​ໂມ​ຍຂອງ​ຄົນອື່ນ, ​ການ​ແຕ່ງ​ຕົວ​ສະບາຍ​ສະບາຍ ​ເສືອ​ຍືດ ກັບ​ໂສ້ງ​ຢີນ​ເກົ່າໆ ​ແລະ ​ຖົງພາຍ​ຄູ່​ໃຈ​ອີກ​ອັນ​ຫນຶ່ງ, ​ແວວ​ຕາ​ຫນ້າ​ສົງສານ.

ກອນ : ​ເປັນ​ຄົນທີ່​ມີ​ສະ​ເຫ​ນ່, ​ແຕ່​ວ່າໃຊ້​ຂໍ້​ດີ​ນີ້​ໄປ​ໃນ​ທາງ​ທີ່​ຜິດ ​ເຮັດ​ໃຫ້​ໃຜ​ຕໍ່​ໃຜ​ຫລາຍ​ຄົນ​ຕ້ອງ​ອົກ​ຫັກ ​ເສຍ​ໃຈ​ຕະຫລອດ​ເວລາ​​, ​ແຕ່​ເປັນ​ຜູ້ນຳ​ທີ່​ດີ​ຂອງ​ຫ້ອງ​ ແລະ ກໍ່ນິ​ໄສ​ດີ​ໂດຍ​ລວມ, ການ​ແຕ່ງ​ຕົວ​ເທ້ດີ ມັກ​ນຸ່ງ​ແຈັກ​ເກັດ​ສີດຳ, ​ແວວ​ຕາ​ລ່າ​ເຫຍື່ອ​.

ມົນ : ​ເປັນ​ຄົນ​ທີ່​ມີ​ວາທະ​ສິນ ສາມາດ​ເວົ້າ​ໂນ້ນນ້າວຄົນ​ອື່ນ​ໄດ້​ງ່າຍ, ​ເວົ້າ​ເກັ່ງ ​ແຕ່​ສ່ວນ​ໃຫຍ່​ມັກ​ຈະ​ບໍ່​ເປັນຄວາມ​ຈິງ, ມັກ​ເຫັນ​ວ່າການ​ໄດ້​ຫລອກ​ລວງ​ຄົນ​ອື່ນ​ເປັນຄວາມ​ສຸກ​ສ່ວນ​ຫນຶ່ງ​ຂອງ​ຊີວິດ, ການ​ແຕ່ງ​ຕົວ​ທຳ​ມາດາ, ​ແວວ​ຕາ​ຫລອກ​ລວງ.

ສັນ : ​ເປັນ​ຄົນ​ຊີ້​​ໂມ້, ມັກ​ມີ​ນິ​ໄສ​ວາງ​ກ້າມ​ໃສ່​ຄົນ​ອື່ນ, ​​ໂວ​ຍວາຍ​ເພາະ​ມັກ​ດື່ມ​ເຫລົ້າ​ເກືອບ​ວ່າ​ຈະ​ຕະຫລອດ​ເວລາ, ຖານະ​ຂ້ອນ​ຂ້າງ​ຍາກຈົນ, ຊ່ອມ​ຊໍ້, ນຸ່ງ​ແຈັກ​ເກັດລາຍ​ທະຫານ ກັບ​​ໂສ້​ງຢີນມຸ່ນໆ, ​ແວວ​ຕາ​ເມີ່​ລອຍ ມືນ​ເມົາ.

5 Comments

  1. HannahMontanaFan said,

    October 17, 2009 at 6:05 pm

    Firstly, Thanks for invite me to read this and if u don’t mind i’m gonna say what i think!
    this box is for comment and i’m not always extol ppl so i just comment it
    from my expert, this’s kinda basic of mystery , u know? not too complicate
    about ur narrative, i think it’s not interesting , kinda bore .
    and language u use it’s too common, i think u should use writing language
    ….

    i think u should read mystery novel a lot! , if u want i can advise u XD

    ________

    I love ur idea , it’s really cool u use the teaching of buddhist
    this is very good idea , and just fix a little thing then it can publish ( If u interest i can publish for u XD LOL )

    Keep working !!!!

  2. jasonbond said,

    October 12, 2009 at 2:48 pm

    Good job…….

  3. nee said,

    October 11, 2009 at 11:05 pm

    good writing !maybe in the future you can be wirter hehe

    • PhoeniXTeN said,

      October 12, 2009 at 3:03 pm

      ແປໃຫ້
      “ເປັນບົດຂຽນທີ່ດີ ບາງເທື່ອວັນຂ້າງຫນ້າເຈົ້າອາດຈະໄດ້ເປັນນັກຂຽນກະໄດ້ ລາວ(ຜູ້ຊາຍ)ລາວ(ຜູ້ຊາຍ)” :D

  4. au8ust said,

    September 2, 2009 at 7:06 am

    ແຕ່ກີ້ຕອນໃຊ້ WordPress.com ໃໝ່ ໆ ກໍໃຊ້ theme ໂຕນີ້ແຫຼະ ອິອິ


Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Connecting to %s

Follow

Get every new post delivered to your Inbox.