“ ຕົ້ນ ! ຕື່ນໄດ້ແລ້ວ ” ແມ່ຮ້ອງເພື່ອປຸກຂ້ອຍໄປໂຮງຮຽນໃນຕອນເຊົ້າ
“ ເຈົ້າ.. ລຸກແລ້ວວວວລຸກແລ້ວວວ ” ຂ້ອຍຕອບກັບແບບກຽດຄ້ານ
ເຮິ່… ເປັນອີກມື້ຫນຶ່ງທີ່ຂ້ອຍຕ້ອງໄດ້ຕື່ນແຕ່ເຊົ້າເພື່ອກຽມຕົວໄປໂຮງຮຽນ.. ເອີ້ຍ ! ລືມໄປ ມື້ນີ້ມີເສັງ.. ບໍ່ໄດ້ບໍ່ໄດ້ ຊັກຊ້າມີຫວັງຖືກຕັດສິດເຂົ້າຫ້ອງເສັງ..
ພໍນຸ່ງເຄື່ອງແລ້ວຂ້ອຍກໍຟ້າວແລ່ນລົງມາໃສ່ເກີບຢູ່ຊັ້ນລຸ່ມ..
ແມ່ຂ້ອຍເອີ້ນບອກ “ ມາກິນເຂົ້າກ່ອນລູກ ມື້ນິແມ່ເຮັດແກງເຜັດຂອງມັກຂອງລູກໄວ້ໃຫ້ ” ໃນຂະນະທີ່ລາວຢູ່ໃນຫ້ອງຄົວ.
“ ໄດ້ແລ້ວແມ່ ມື້ນິເຮົາຟ້າວ”
“ ແມ່ນຫຍັງຂອງມັນວ່າລູກຄົນນີ້ ”
ຂ້ອຍຟ້າວແລ່ນອອກຈາກບ້ານໄປຕາມທາງທີ່ເຄີຍຍ່າງໃນແຕ່ລະມື້ ແຕ່ມື້ນິພິເສດຕ້ອງໄດ້ແລ່ນແທນ (ໃຜໃຊ້ໃຫ້ຕື່ນສວາຍລະຕົ້ນ)
ເສັ້ນທາງທີ່ເຊື່ອມຕໍ່ລະຫວ່າງ ບ້ານຂ້ອຍຫາໂຮງຮຽນນັ້ນ ເປັນເສັ້ນນ້ອຍໆທີ່ຕັດລັດຜ່ານປ່າທີ່ຂ້ອນຂ້າງທຶບພໍສົມຄວນ, ບາງມື້ຂ້ອຍກໍເຫັນກວາງແລ່ນຜ່ານຫນ້າໄປ ແລະ ກໍມີນົກບິນຜ່ານເທິງຫົວ, ສອງຂ້າງທາງກໍເຕັມໄປດ້ວຍຕົ້ນໄມ້ໃຫຍ່ ແລະ ພຶກສາຊາດນາໆພັນ ພ້ອມດ້ວຍແສງພະອາທິດສີທອງທີ່ກຳລັງສາດແສງລົງມາໃສ່ພື້ນດິນຜ່ານຊ່ອງຫວ່າງ ຂອງໃບໄມ້
“ ວູ້ ! ນົກແກ້ວ ” ຂ້ອຍອຸທານໄປພ້ອມໆກັບທີ່ກຳລັງແລ່ນໄປຕາມທາງ “ ນັ້ນກໍ່ຄົງຈະເປັນກະຮອກງາມອີ່ຫລີ ”
ຮືມມມ ຮືມມມມ… ຂ້ອຍກົ້ມຫນ້າ ເອົາມືຄ້ຳຫົວເຂົ່າ “ເມື່ອຍແຫະ ຍ່າງເອົາດີກວ່າ”
“ ດຽວກະບໍ່ທັນໂຮງຮຽນແຫລະຫັ່ນ ”
“ ຫະ ! ໃຜເວົ້າກັບຂ້ອຍນິ ?? ”
“ ເຈົ້າຄົງຈະຄືກັບມະນຸດຄົນອື່ນໆທີ່ຄິດວ່າຂ້ອຍເວົ້າບໍ່ໄດ້ ”
ຂ້ອຍຫັນຫນ້າໄປທາງຂວາຢ່າງຊ້າໆ “ ເຮິ້ຍ ! ກວາງເວົ້າໄດ້ ” ຂ້ອຍເວົ້າໃນຂະນະທີ່ຖອຍຫລັງແລ້ວກໍລົ້ມລົງ
“ ຮະຮະ ແປກໃຈຊະເບາະ ເຈົ້າຊາຍນ້ອຍ ”
ຂ້ອຍແນມເບິ່ງຫນ້າມັນແບບບໍ່ກະພິບຕາດົນເຕີບ ກ່ອນທີ່ຈະແລ່ນຕໍ່
“ ເບິ່ງຫມໍນັ້ນແມະ ຈັກວ່າເພີ່ນຟ້າວໄປໃສ ແລ່ນເອົາເປັນເອົາຕາຍ ”
ຂ້ອຍຢຸດແລ່ນແລ້ວແນມຂື້ນໄປເທິງຕົ້ນໄມ້ ປາກົດວ່າເຫັນນົກເຂົາ ມັນກຳລັງລົມກັນຢູ່
ຂ້ອຍແນມເບິ່ງຫນ້າມັນກ່ອນທີ່ຈະຕອບກັບໄປວ່າ “ ຂ້ອຍຈະໄປໃສກະເລື່ອງຂອງຂ້ອຍ ມັນບໍ່ກ່ຽວກັບເຈົ້າ ”
“ ເຈົ້າຫມັ້ນໃຈຊ່ຳໃດວ່າມັນບໍ່ກ່ຽວກັບເຈົ້າ ” ນົກເຂົາອີກຕົວເວົ້າກັບຂ້ອຍ
“ ແລ້ວມັນກ່ຽວຫຍັງກັບພວກເຈົ້າ ? ” ຂ້ອຍຖາມຄືນໂດຍທີ່ບໍ່ຢູ່ຟັງຄຳຕອບ
ແລະຂ້ອຍກໍ່ຫັນຫນ້າໄປແລ້ວແລ່ນຕໍ່.. ແປກທີ່ມື້ນິສັດພວກນັ້ນມັນເວົ້າໄດ້.. ຂ້ອຍແລ່ນມາຮອດທາງແຍກທີ່ແຍກຂວາຈະໄປ ຫາໂຮງຮຽນ ແລະ ແຍກຊ້າຍຈະໄປອອກລຳທານຕົ້ນນ້ຳຂອງເມືອງ
ປົກກະຕິແລ້ວຂ້ອຍຕ້ອງຢ່າງໄປທາງຂວາຕາມປົກກະຕິ ແຕ່ມື້ນີ້ກັບຫລຽວຊ້າຍໄປສຸດສາຍຕາເຫັນບ້ານໄມ້ຫລັງ ຫນຶ່ງຕັ້ງຢູ່ແຄມທາງ
Read the rest of this entry »